ຊາວກະສິກອນຂໍໃຫ້ ຣັຖບານຊ່ວຍແກ້ບັນຫາ
2010.12.27
ກົດຟັງສຽງ
ຊາວກະສິກອນໃນຫລາຍໆ ທ້ອງຖິ່ນ ຢູ່ແຂວງ ຄຳມ່ວນ ຢາກໃຫ້ ຣັຖບານ ແກ້ໄຂບັນຫາ ກ່ຽວກັບ ການກະສິກັມ ໂດຍສະເພາະ ແມ່ນກ່ຽວກັບ ຄວາມປັ່ນປ່ວນ ກົດຣາຄາ ສັດລ້ຽງ ຂອງພໍ່ຄ້າ ຄົນກາງ ແລະ ການຊ່ວຍເຫລືອ ແນວພັນເຂົ້າ ຊນິດໃໝ່ ຈາກຣັຖບານ ທີ່ບໍ່ພຽງພໍ ກັບຄວາມຕ້ອງການ ຂອງຊາວ ກະສິກອນ. ດັ່ງເຈົ້າໜ້າທີ່ ຈາກຫ້ອງການ ກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ປະຊາຊົນ ລ້ຽງໝູພັນຊີ້ນ ແລ້ວບໍ່ໄດ້ຂາຍ ຫລຸບທຶນມາ ຮ້ອງຂໍຕໍ່ຣັຖບານ ເພື່ອຖົມຂຸມ ຢູ່ດຽວນີ້ ເພາະວ່າເຣື້ອງ ຣາຄາມັນບໍ່ໄດ້ ສອງມາກໍມີການ ເກຣາຄາອີກ ລະຫວ່າງ ນະຄອນຫລວງ ເຮົານີ້ ກັບທ້ອງຖິ່ນ".
ເຈົ້າໜ້າທີ່ ເວົ້າຕໍ່ໄປ ອີກວ່າ ນອກຈາກຣາຄາ ໝູທີ່ບໍ່ໄດ້ ຕາມຄວາມ ຄາດໝາຍແລ້ວ ຣາຄາປາ ທີ່ຊາວກະສິກອນ ລ້ຽງຍັງບໍ່ ສາມາດຂາຍໄດ້ ເຊັ່ນດຽວກັນ ເນື່ອງຈາກວ່າມີ ການກົດຣາຄາ ຈາກ ນະຄອນ ຫລວງວຽງຈັນ ເຮັດໃຫ້ພໍ່ຄ້າ ທ້ອງຖິ່ນ ບໍ່ສາມາດ ຕັ້ງຣາຄາໄດ້ ຈຶ່ງຕ້ອງໄດ້ ກົດດັນຣາຄາ ຂອງຊາວ ກະສິກອນ ອີກຕໍ່ນຶ່ງ. ດັ່ງນັ້ນ ຊາວກະສິກອນ ຈຶ່ງຕ້ອງໄດ້ ຮ້ອງຂໍໃຫ້ທາງ ຣັຖບານ ເຂົ້າມາຊົດຊ່ວຍ.
ນອກຈາກບັນຫາ ຣາຄາຂາຍ ສັດລ້ຽງ ທີ່ບໍ່ໄດ້ ຣາຄານັ້ນແລ້ວ ຍັງມີບັນຫາ ແນວພັນເຂົ້າປູກ ຊນິດໃໝ່ ທີ່ຊາວນາ ບໍ່ໄດ້ຮັບພຽງພໍ ແລະ ທັນກັບ ຣະດູການ ເພາະປູກ ພ້ອມດຽວກັນ ກໍຕ້ອງການ ຄຳແນະນຳ ຈາກ ນັກວິຊາການ ກ່ຽວກັບການ ປູກເຂົ້າຊນິດໃໝ່ ນີ້ອີກດ້ວຍ. ເຈົ້າໜ້າທີ່ເວົ້າວ່າ:
"ຮ້ອງຫລາຍ ທີ່ສຸດທາງ ເຂດລຸ່ມນີ້ ແມ່ນການຜລິດ ກະສິກັມ ເປັນຕົ້ນອັນນຶ່ງ ກໍແມ່ນວ່າ ຢາກໄດ້ແນວພັນ ນຳຣັຖ ແລະ ຈາກຕ່າງປະເທດ ເຮົານີ້ ຈັດຕັ້ງແນວພັນ ເຂົ້າໃນການ ປູກພືດພັ ນທັນຍາຫານ ຕ່າງໆ ແລະ ຕ້ອງການທາງ ວິຊາການ ລົງໄປສົ່ງເສີມ ຊຸກຍູ້".
ສຳລັບບັນຫາ ການຮ້ອງຮຽນ ຂອງ ຊາວກະສິກອນ ນັ້ນທາງແຂວງ ຄຳມ່ວນ ກໍໄດ້ ສົ່ງເຣື້ອງ ສເນີໄປຫາ ພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂແລ້ວ.