ກໍາພູຊາ-World Vision ຕ້ານຄ້າປະເວນີ
2012.08.23
ອົງການ ມະນຸສທັມ World Vision ຖແລງວ່າ ຕາມບ້ານເລັກ ບ້ານນ້ອຍ ໃນເຂດຫ່າງໄກ ສອກຫລີກ ຂອງ ຫົວເມືອງຕ່າງໆ ໃນກຳພູຊ ຕ້ອງໄດ້ ປຸກຣະດົມ ກ່ຽວກັບ ເຣື່ອງຕ້ານ ການທ່ອງທ່ຽວ ທາງເພດ ໃຫ້ຫລາຍຂຶ້ນ.
ໃນຕອນເຊົ້າ ມື້ວານນີ້ ກະຊວງທ່ອງທ່ຽວ ແລະ ອົງການ World Vision ໃນກຳພູຊາ ໄດ້ລົງນາມ ບົດບັນທຶກ ຄວາມເຂົ້າໃຈ ໃນການຄວາມຮ່ວມມື ຕ້ານ ການທ່ອງທ່ຽວ ທາງເພດ ກັບເດັກນ້ອຍຜູ້ຍິງ ໃນເຂດ ຊົນນະບົດ ຫ່າງໄກສອກຫລີກ ໃນ ກຳພູຊາ ທີ່ກຳລັງໂດ່ງດັງ ຢູ່ໃນເວລານີ້.
ນາງ ອາຕີ ກາປົວ ຜູ້ບໍຣິການ ຈັດການ ອົງການ World Vision ປະຈຳຂົງເຂດ ກ່າວຕໍ່ ຫນັງສືພີມ ພະນົມເປັນໂປສ ວ່າ ການຂົ່ມຂຶນ ທາງເພດ ເປັນບັນຫາຊຳເຮື້ອ ໃນກຳພູຊາ ມາດົນແລ້ວ. ນາງວ່າ ໃນແຜນການ ຣົນນະຣົງ ຂອງອົງການ ແລະ ກະຊວງທ່ອງທ່ຽວ ກຳພູຊາ ຈະຝຶກອົບຮົບ ສະມາຊິກ ຄນະກັມມະການ ຄວາມປອດພັຍ ຂອງເດັກນ້ອຍ ໃນ ທົ່ວປະເທດ ໃຫ້ອອກໄປໃຫ້ ຂໍ້ມູນ ແລະ ຣົນນະຣົງ ປະຊາຊາສັມພັນ ຊາວບ້ານ ເພື່ອຕໍ່ຕ້ານ ບັນຫາດັ່ງກ່າວ ຮ່ວມທັງໃຫ້ ເບາະແສ ໃນກຸ່ມທີ່ສ່ຽງ ຖ້າວ່າພື້ນທີ່ ເຂດທ້ອງຖີ່ນໃດ ຫາກມີໂຮງ ໂສເພນີ ຫລືສະຖານທີ່ ອົບນວດ ຫລືບ່ອນ ລ້ຽງເດັກກຳພ້າ ບ່ອນນັ້ນ ຈະມີການສິ້ງຊອມ ເປັນພິເສດ. ນາງວ່າ ເດັກກຳພ້າ ເປັນກຸ່ມທີ່ສ່ຽງ ໃນບັນຫາ ດັ່ງກ່າວ ຫລາຍ ທີ່ສຸດ ໃນກຳພູຊາ.