ບໍຣິສັດຍີ່ປຸ່ນຮ່ວມ ຂຸດທອງແດງ
2011.10.19
ກົດຟັງສຽງ
ບໍຣິສັດ Amanta Resources ປະກາດ ວ່າ ບໍຣິສັດ ນໍ້າມັນ ແລະ ແກັສ ທັມມະຊາດ ຍີ່ປຸ່ນ ຫລື JOGMEC ໄດ້ຢືນຢັນ ວ່າ ຈະສືບຕໍ່ ຮ່ວມມື ໃນໂຄງການ ຂຸດຄົ້ນ ບໍ່ທອງແດງ ຢູ່ແຂວງ ຫລວງນໍ້າທາ. ບໍລິສັດ JOGMEC ຈະລົງທຶນ ຕື່ມອີກ 3 ລ້ານໂດລາ ສະຫະຣັຖ ໃນໂຄງການ ຮ່ວມລົງທຶນ ດັ່ງກ່າວ ແລະ ຈະມີສິດ ຄອບຄອງ 51 ສ່ວນຮ້ອຍ ຂອງ ໂຄງການ.
ໃນກອງປະຊຸມ ຢູ່ ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ ທັງສອງ ບໍຣິສັດ ຕົກລົງ ທີ່ຈະ ທຳການ ຂຸດຄົ້ນ ໄປໃນ ຂັ້ນທີ 2 ທີ່ຈະຕ້ອງ ໃຊ້ງົບປະມານ 2 ລ້ານ 9 ແສນ ໂດລາ ສະຫະຣັຖ ໃນເວລາ 6 ເດືອນ ຈົນເຖິງ ທ້າຍເດືອນ ມີນາ 2012.
ໃນມື້ວັນ ທີ 20 ມິຖຸນາ 2008 ບໍລິສັດ Amanta Resources ໄດ້ເຊັນ ສັນຍາ ໃນການຂຸດຄົ້ນ ບໍ່ທອງແດງ ກັບ ຣັຖບານລາວ ຊຶ່ງມີພື້ນທີ່ 200 ກິໂລແມັດ ມົນທົນ ໃນແຂວງ ຫລວງນໍ້າທາ. ເມື່ອເດືອນ ເມສາ 2009 ບໍລິສັດ Amanta Resources ໄດ້ລົງນາມ ຮ່ວມມື ກັບ ບໍຣິສັດ ນໍ້າມັນ ແລະ ແກັສ ທັມມະຊາດ ຍີ່ປຸ່ນ ຫລື JOGMEC ຍ້ອນວ່າ ການຂຸດຄົ້ນ ຂອງ ບໍຣິສັດ Amanta Resources ມີການຊັກຊ້າ, ທັ້ງໆທີ່ ເຫັນວ່າ ໃນເຂດທີ່ ໄດ້ຮັບ ສໍາປະທານ ໄດ້ພົບ ແຮ່ທາດ ທອງແດງ ແລະ ທາດເງິນ ໃນຫລາຍໆ ພື້ນທີ່ ເຊັ່ນຢູ່ເຂດ ປາກກ້ຽງ, ນໍ້າບໍ່ ແລະ ຈະກໍາປິງ. ຫວ່າງມໍ່ໆມານີ້ ໃນພື້ນທີ່ ຫົວຂົວ ທາງເໜືອ ຂອງເຂດ ປາກກ້ຽງ ການຂຸດຄົ້ນ ໄດ້ພົບ ຫີນ ທີ່ມີ ແຮ່ທາດ ທອງແດງ ເຈືອປົນຢູ່.
ບໍລິສັດ Amanta Resources ສົນໃຈ ໂຄງການ ຂຸດຄົ້ນ ບໍ່ແຮ່ ຕື່ມອີກ ໃນລາວ, ນອກຈາກນີ້ ຍັງມີ ໂຄງການ ຂຸດຄົ້ນ ບໍ່ຄໍາ ໃນປະເທດໄທ ອີກດ້ວຍ.