ຍີ່ປຸ່ນຊ່ອຍເຫຼືອລາວ ຜ່ານທາງອາຫານໂລກ
2012.07.12

ຣັຖບານຍີ່ປຸ່ນ ໄດ້ເປີດເຜີຍ ໃນມື້ວັນຈັນ ຜ່ານມາວ່າ ຈະມອບເງິນ ຈໍານວນ 1 ລ້ານ ໂດລາ ສະຫະຣັຖ ໃຫ້ກັບໂຄງການ ອາຫານໂລກ ສະຫະປະຊາຊາດ ເພື່ອຊົດຊ່ວຍ ຣັຖບານ ສປປລາວ ຕໍ່ຕ້ານການ ຂາດສາຣອາຫານ ທີ່ມີຄຸນພາບ ໃນລາວ.
ອີງຕາມ ໂຄງການ ອາຫານໂລກ ສະຫະປະຊາຊາດ ເງິນຊ່ວຍເຫລືອ ຈາກ ປະເທດຍີ່ປຸ່ນ ຈະໃຊ້ໃນ ໂຄງການສຸຂພາບ ແມ່ແລະເດັກ ແລະ ໂຄງການອາຫານ ທີ່ມີ ຄຸນນະພາບ ໃຫ້ໄປຮອດ ໄປເຖິງ ແມ່ຍິງ 2,400 ຄົນ ແລະເດັກນ້ອຍ 7,000 ຄົນ ໃນແຂວງເຊກອງ ເປັນເວລາ 6 ເດືອນ. ແມ່ຍິງທີ່ຖືພາ ແລະ ແມ່ລູກອ່ອນ ທີ່ລ້ຽງລູກ ດ້ວຍນົມແມ່ ແລະ ເດັກນ້ອຍ ທາຣົກ ອາຍຸ ແຕ່ 6 ເດືອນຫາ 23 ເດືອນ ຈະໄດ້ຮັບ ຜລິຕພັນ ອາຫານພິເສດ ທີ່ມີຄຸນພາບ ຕໍ່ຮ່າງກາຍ ທີ່ຈະຮັບ ປະກັນ ໃຫ້ເດັກນ້ອຍ ໄດ້ຮັບອາຫານ ທີ່ດີຕໍ່ ສຸຂພາບ ທີ່ພວກຂະເຈົ້າ ຕ້ອງການໄປ ບໍາຣຸງສມອງ ແລະ ຮ່າງກາຍ ເພື່ອໃຫ້ ເຕີບໃຫຍ່ ຢ່າງມີສຸຂພາບ ແຂງແຮງ.
ເຈົ້າໜ້າທີ່ ຮັບຜິດຊອບ ຈາກໂຄງການ ອາຫານໂລກ ປະຈໍາລາວ ທ່ານ Emmanuel Tusiime ກ່າວວ່າ “ການຊ່ວຍເຫລືອ ຂອງຍີ່ປຸ່ນ ຈະຊ່ວຍ ໂຄງການ ອາຫານໂລກ ສາມາດ ຊ່ວຍເຫລືອ ເດັກນ້ອຍ ໃນເຂດ ຊົນນະບົດ ໄດ້ມີການ ເລີ້ມຕົ້ນທີ່ດີ ໃນຊີວິດໂດຍການ ຮັບປະກັນວ່າ ພວກຂະເຈົ້າ ຈະໄດ້ຮັບ ອາຫານ ທີ່ດີຕໍ່ ສຸຂພາບ ຂັ້ນພື້ນຖານ ທີ່ ພວກຂະເຈົ້າ ຕ້ອງການ ໃນຊ້ວງ 1,000 ມື້ທໍາອິດ ຂອງຊີວິດ ຂອງພວກຂະເຈົ້າ ເລີ້ມແຕ່ມື້ ຕັ້ງທ້ອງ ຈົນຮອດ ອາຍຸ ສອງປີ.