ເດີ່ນບິນວັດໄຕ ຈະໄດ້ເລີ້ມຂຍາຍ

ຍີ່ປຸ່ນ ໃຫ້ທຶນ ຊ່ວຍເຫລືອ ໃນໂຄງການ ຂຍາຍເດີ່ນບິນ ວັດໄຕ ໃນມູລຄ່າ ກວ່າ 23 ລ້ານ ດອລລາຣ໌ ສະຫະຣັດ.
ຫວາດ ສີມູນ
2011.08.05
F-Wattay-international-airport ສນາມບິນນາໆຊາດ ວັດໄຕ ໄດ້ຮັບທຶນ ຈາກປະເທດຍີ່ປຸ່ນ ເພື່ອປັບປຸງ ຂຍາຍອອກ ໃຫ້ເຖິງຣະດັບ ສາກົນ
Photo Gallery Vientiane Airport

ກົດຟັງສຽງ

ຣັຖບາລ ຍີ່ປຸ່ນ ໄດ້ຕົກລົງ ໃຫ້ທຶນ ຊ່ວຍເຫລືອ ແກ່ ຣັຖບາລ ສປປ ລາວ ໃນມູລຄ່າ ທັງໝົດ 23.4 ລ້ານ ດອລລາຣ໌ (23 ລ້ານ 4 ແສນ ດອລລາຣ໌) ສະຫະຣັຖ ສຳລັບ ໂຄງກາຣ ປັບປຸງ ແລະ ຂຍາຍ ສນາມບິນ ນາໆຊາຕ ນະຄອນຫລວງ ວຽງຈັນ ເພື່ອຕຣຽມ ຮອງຮັບ ກອງປະຊຸມ ຫລວງ ຂອງ ເອເຊັຽ ແລະ ຢູໂຣປ ຫລື ASEM ທີ່ ທາງກາຣລາວ ຮັບເປັນ ເຈົ້າພາບ ໃນປີ 2012 ທີ່ຈະມາ ເຖິງນີ້.

ໂຄງກາຣ ຊ່ວຍເຫລືອ ດັ່ງກ່າວ ມີກາຣລົງນາມ ໃນຂໍ້ສັນຍາ ກັນ ຢູ່ທີ່ ກຸງໂຕກຽວ ໃນມື້ວັນ ອັງຄາຣ ທີ່ ຜ່ານມານີ້ ຣະຫວ່າງ ທ່ານ Takeaki Matsumoto ຣັຖມົນຕຣີ ກາຣຕ່າງ ປະເທສ ຍີ່ປຸ່ນ ແລະ ທ່ານ ທອງລຸນ ສີສຸລິຕ ຮອງ ນາຍົກ ຣັຖມົນຕຣີ ຣັຖມົນຕຣີ ກາຣຕ່າງ ປະເທສ ສປປລາວ ທີ່ຢ້ຽມຢາມ ປະເທສ ຍີ່ປຸ່ນ ຢ່າງເປັນ ທາງກາຣ.

ທ່ານ Takeaki ໄດ້ກ່າວເນັ້ນ ຢູ່ພິທີ ເຊັນສັນຍາ ວ່າ: “ທາງຣັຖບາລ ແລະ ປະຊາຊົນ ຊາວ ຍີ່ປຸ່ນ ມີຄວາມຫວັງ ອັນແຮງກ້າ ເພື່ອໃຫ້ກາຣ ຮັບເປັນ ເຈົ້າພາບ ກອງປະຊຸມ ສຸດຍອດ ASEM ໃນຄັ້ງນີ້ ໂດຽກາຣ ນຳເອົາທຶນ ກາຣຊ່ວຍເຫລືອ ດັ່ງກ່າວ ໄປປັບປຸງ ແລະ ຂຍາຍເດີ່ນບິນ ໃຫ້ປະສົບ ຜົລສຳເຣັຈ ເປັນຈິງ".

ທຶນກາຣ ຊ່ວຍເຫລືອ ຈາກທາງກາຣ ຍີ່ປຸ່ນ ໃນຄັ້ງນີ້ ແມ່ນໄດ້ ເຈາະຈົງໃສ່ ໃຫ້ມີກາຣ ຂຍາຍທາງແລ່ນ ຂຶ້ນ-ລົງ ຂອງ ເຄື່ອງບິນ ຫລື Runway ໃຫ້ຍາວອອກ ຕື່ມອີກ 260 ແມ໊ຕ ພ້ອມກັບ ຂຍາຍເດີ່ນ ຫລື ລານ ຈອດເຄື່ອງບິນ Boeing 747 ໃຫ້ໄດ້ເຖິງ 35 ລຳ ຊຶ່ງປັຈຈຸບັນ ຈອດໄດ້ແຕ່ ປະມານ 4 ລຳ ເທົ່ານັ້ນ.

ເຖີງຢ່າງໃດ ກໍດີ ກອງປະຊຸມ ສຸດຍອດ ASEM ດັ່ງກ່າວ ນອກຈາກ ຜູ້ນຳ ຈາກ ສະຫະພາບ ຢູໂຣປ 27 ປະເທສ ແລະ ສະມາຊິກ ປະເທສ ກຸ່ມອາຊ໊ຽນ 10 ປະເທສແລ້ວ ຍັງຈະມີ ຜູ້ນຳ ຈາກ: ອອສເຕຣເລັຽ ສປຈີນ ອິນເດັຽ ຍີ່ປຸ່ນ ມົງໂກເລັຽ ນີວຊີແລນດ໌ ປາກິສຖານ ເກົາຫລີໃຕ້ ແລະ ຣັສເຊັຽ ພ້ອມກັບ ເລຂາທິກາຣ ອາຊ໊ຽນ ແລະ ສະຫະພາບ ຢູໂຣປ ຫລື ອີຢູ (EU) ເຂົ້າຮ່ວມນຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.