Johnny ດວງດາຣາ ຊາຍຊາດທະຫານ

ຊາຍຊາດ ທະຫານ ລາວ-ອະເມຣິກັນ ເປັນນື່ງ ໃນຈຳນວນ ທະຫານ ສະຫະຣັຖ 30 ຄົນ ທີ່ເສັຽ ຊີວິດ ໃນ ອາທິດ ກ່ອນ ຍ້ອນສາເຫດ ຍົນຖືກ ຍິງຕົກ ຢູ່ ອັຟການີສຖານ.
ສິດນີ
2011.08.10

ກົດຟັງສຽງ
ທ້າວ Johnny Douangdara ອາຍຸ 26 ປີ ເປັນລູກຊາຍ ຂອງ ຄົນລາວ ອົພຍົບ ທີ່ຕັ້ງ ຖິ່ນຖານ ຢູ່ ສະຫະຣັດ ອະເມຣິກາ, Johnny ໄດ້ເຮັດໃຫ້ ຄວາມຝັນ ຂອງໂຕເອງ ເປັນຄວາມຈິງ ທີ່ຢາກເປັນ ທະຫານ ໃນກອງທັບເຮືອ ສະຫະຣັຖ ຫລັງຈາກຈົບ ມັທຍົມສຶກສາ ໃນປີ 2003.
ທ້າວ ຈອນນີ ດວງດາຣາ ຈົບ ຊັ້ນມັທຍົມ ທີ່ South Sioux city  ຣັຖ Nebraska ເຂົ້າເປັນ ທະຫານ ສັງກັດໜ່ວຍ ໝາດົ່ມກິ່ນ ໃນໜ່ວຍລົບ ພິເສດ Navy Seal ຂອງ ສະຫະຣັຖ, ຈອນນີ ໄດ້ຂຶ້ນ ເຄື່ອງບີນ helicopter ລຳທີ່ ກຸ່ມ ກໍ່ການຮ້າຍ ຍິງຕົກ ຢູ່ ອັຟການິສຖານ ໃນອາທິດກ່ອນ ທີ່ມີ ທະຫານ ສະຫະຣັຖ 30 ຄົນ ສ່ວນໃຫຍ່ ແມ່ນ ໜ່ວຍຣົບ ພິເສດ Navy Seal ໄດ້ເສັຽ ຊີວິດ ໃນເຮືອບິນ ລຳນັ້ນ. ຫມູ່ຂອງລາວ ເວົ້າວ່າ ທ້າວ ຈອນນີ ດວງດາຣາ ສົນໃຈ ເລື້ອງເປັນ ທະຫານເຮືອ ເລີ້ມແຕ່ຕົ້ນ ປີຮຽນຊັ້ນ ມັທຍົມ ຂອງລາວ. ທ້າວ ຈອນນີ ດວງດາຣາ ໄດ້ລາຍງານ ຕົວເຂົ້າ ປະຕິີບັດ ງານ ຢ່າງເປັນ ທາງການ ໃນປີ 2003.
ທ້າວ javi Rodriguez ຜູ້ເປັນໝູ່ ໃນສມັຍຮຽນ ຊັ້ນມັທຍົມ ທັງເປັນ ທະຫານເຮືອ ນໍາກັນ ແລະ ເຄີຍອອກ ປະຕິິບັດງານ ຮ່ວມກັນ 3 ຄັ້ງ ໃນສົງຄາມ ອິ່ຣັກ, ເວົ້າວ່າ ລາວເສັຽໃຈ ຢ່າງບອກ ບໍ່ຖຶກ ເພາະ ທ່້າວ ຈອນນີ ເປັນຫມູ່ ທີ່ໃກ້ຊິດ ແລະ ຮັກແພງ ກັນທີ່ສຸດ, ລາວບອກວ່າ ທ້າວ ຈອນນີ ເປັນຄົນ ທີ່ມີນ້ຳໃຈ ເອື້ອອາຣີ ຕໍ່ຫມູ່ເພຶ່ອນ ແລະ ເປັນຄົນທີ່ ເຮັດເພຶ່ອ ຄົນອຶ່ນ ສເມີ.
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 13, 2011 12:59 AM

ເສຍໃຈນຳຄອບຄົວເດີ ຂ້ອຍກໍ່ຊັງລັດຖະບານ ແລະທະຫານສະຫະຣັດ ແຕ່ບໍ່ຄິດວ່າ ຊິມີຄົນລາວຢູ່ນຳ