ຣະບົບຊົລປະທານ ແລກດິນສັມປະທານ

ໃນແຂວງ ບໍຣິຄໍາໄຊ ນັກລົງທຶນ ຕ່າງຊາດ ຈະສ້າງ ຣະບົບ ຊົລປະທານ ແລະສເນີຂໍ ສັມປະທານ ທີ່ດິນ ເພື່ອເປັນການ ແລກປ່ຽນ.

ນັກລົງທຶນ ວຽດນາມ ໃນລາວ
ນັກລົງທຶນ ວຽດນາມ ໃນລາວ (vircom-web)

0:00 / 0:00

ກົດຟັງສຽງ

ບໍຣິສັດ ເອກກະຊົນ ຕ່າງຊາດ ໄດ້ຍື່ນ ຂໍສັມປະທານ ພື້ນທີ່ດິນ ເພື່ອແລກປ່ຽນ ໃນການ ຊ່ວຍເຫລືອ ກໍ່ສ້າງ ລະບົບ ຊົລປະທານ ໃນແຂວງ ບໍລິຄໍາໄຊ ຊື່ງຂາດແຄນ ນໍ້າ ແລະ ຕ້ອງການ ຣະບົບ ຊົລປະທານ ເພື່ອ ການກະເສຕ ຍາມແລ້ງ. ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ບໍລິຄໍາໄຊ ອະທິບາຍ ວ່າ:

"ມັນກໍມີ ຫລາຍຄົນສເນີ ຫລາຍຮູບແບບ ບາງຄົນ ກໍສເນີ ຂໍລົງທຶນ ແບບເຮັດ ການຜລິດ ພາຍຫລັງທີ່ເຂົາ ກໍ່ສ້າງ ສໍາເຣັດແລ້ວ ແລ້ວເຂົາ ກໍຈະນໍາໃຊ້ ການຜລິດ ຫຍັງຫັ້ນໜາ ແລ້ວເຂົາ ກໍຂໍລະຍະ ລັກສນະ ສັມປະທານ ພື້ນທີ່".

ທ່ານໄດ້ເວົ້າ ຕໍ່ໄປວ່າ ບາງ ບໍຣິສັດ ກໍສເນີ ຂໍສັມປະທານ ພື້ນທີ່ດິນ 30 ຫາ 50 ປີ ແລກປ່ຽນກັບ ເງິນທີ່ລົງທຶນ ໃນການ ກໍ່ສ້າງ ຊຶ່ງທາງ ຣັຖບານ ຈະບໍ່ຕ້ອງ ຈ່າຍຄືນ. ຣັຖບານ ເຫັນວ່າ ໂຄງການ ດັ່ງກ່າວ ມີ ຄວາມສໍາຄັນ ເພາະ ໃນລະດູແລ້ງ ຍ້ອນວ່າ ການກະເສດ ໃນພື້ນທີ່ ເມືອງປາກຊັນ ແລະ ປາກກະດິງ ຈະຂາດແຄນ ນໍ້າໃນການ ປູກຝັງຫລາຍ. ການສ້າງ ລະບົບ ຊົລປະທານ ຈະຊ່ວຍໃຫ້ ຊາວນາ ເຮັດໄຮ່ເຮັດນາ ໄດ້ຕາມ ປົກກະຕິ ທີ່ຕ້ອງການ. ທີ່ຜ່ານມາ ການຊ່ວຍເຫລືອ ຂອງ ຣັຖບານ ແລະ ອົງການ ຊ່ວຍເຫລືອ ເອກກະຊົນ ສາກົນ ກໍບໍ່ພຽງພໍ.

ໂຄງການ ກໍ່ສ້າງ ຣະບົບ ຊົລປະທານ ແຂວງ ບໍລິຄໍາໄຊ ນີ້ເປັນໂຄງການ ຂນາດໃຫຍ່ ຊຶ່ງຈະກວມ ພື້ນທີ່ກວ້າງ 2,800 ເຮັກຕາ ໃນເມືອງ ປາກຊັນ ແລະ ປາກກະດິງ ແລະຄາດວ່າຈະ ໃຊ້ງົບປະມານ ໃນການ ກໍ່ສ້າງ ຫລາຍກວ່າ 20 ລ້ານ ໂດລາ ສະຫະຣັຖ. ໂດຍທີ່ ຣັຖບານ ບໍ່ສາມາດ ຫາເງິນທຶນ ມາສ້າງເອງໄດ້ ຈຶ່ງເປີດໂອກາດ ໃຫ້ບໍຣິສັດ ເອກກະຊົນ ຕ່າງຊາດ ເຂົ້າມາ ເຮັດແທນ.