ກົດຟັງສຽງ
ກົມກວດສອບ ໂຄງການ ການລົງທຶນ ແລະ ການຮ່ວມມື ກັບຕ່າງປະເທດ ຂອງ ອົງການກວດສອບ ແຫ່ງຣັດປະຈໍາ ສໍານັກງານ ນາຍົກຣັຖມົນຕຣີ ສປປ ລາວ ເປີດເຜີຍວ່າ ຜ່ານການເຄື່ອນໄຫວ ວຽກງານ ພົບວ່າ ຫລາຍໂຄງການ ຫລາຍກິຈການ ກໍ່ສ້າງຖນົນ ຍັງມີບັນຫາ ໃນເຣື່ອງ ຄຸນນະພາບ ຂອງງານ ຮວມທັງການ ກໍ່ສ້າງ ບໍ່ໄດ້ມາຕຖານ ແລະ ບໍ່ສາມາດກວດກາ ໄດ້ໝົດ ເພາະພະນັກງານ ບໍ່ພຽງພໍ ດັ່ງເຈົ້າໜ້າທີ່ ຈາກກົມດັ່ງກ່າວ ທ່່ານນຶ່ງເວົ້າວ່າ:
"ຜ່ານ ມາມີບາງບ່ອນ ກໍມີບັນຫາ ບາງໂຄງການ ບາງກິຈການນີ້ ມັນກໍບໍ່ ຮັບປະກັນ ທາງດ້ານຄຸນນະພາບ ຄືເຮົາ ມັນລົງທຶນຫລາຍ ແຕ່ວ່າເສັ້ນທາງ ຄົມມະນາຄົມຕ່າງໆ ນີ້ມັນບໍ່ມີ ຄຸນນະພາບ ມັນເພໄວ ຈະໃຫ້ມັນ ກວດກາ ໄດ້ໝົດຢ່າງ ຄົບຖ້ວນ ຕາມພາລະບົດບາດ ນີ້ກໍຍັງບໍ່ທັນໄດ້ ເພາະຄົນ ບໍ່ພຽງພໍ".
ທ່ານເວົ້າຕໍ່ໄປວ່າ ໂຄງການ ກໍ່ສ້າງຕ່າງໆ ທີ່ກວດພົບວ່າ ມີການທຸຈຈະຣິດນັ້ນ ສ່ວນຫຼາຍແມ່ນ ໂຄງການກໍ່ສ້າງ ເສັ້ນທາງ ຢູ່ຕາມທ້ອງຖິ່ນຕ່າງໆ ເນື່ອງຈາກວ່າ ເປັນເຂດ ທີ່ຢູ່ຫ່າງໄກ ຈາກການຕິດຕາມ ຂອງເຈົ້າໜ້າທີ່.
ເພື່ອແກ້ໄຂບັນຫາ ດັ່ງກ່າວ ທາງອົງການ ກວດສອບແຫ່ງຣັດ ຈະຕ້ອງໄດ້ເພີ້ມ ຈໍານວນ ແລະຝຶກອົບຮົມ ພະນັກງານ ຂອງຕົນ ໃຫ້ມີຄຸນນະພາບ ຫລາຍຂຶ້ນ ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ຈໍາເປັນຕ້ອງໄດ້ ໃຫ້ຄວາມຮ່ວມມື ແກ້ໄຂບັນຫາ ທີ່ເກີດຂຶ້ນ ເພື່ອໃຫ້ໄດ້ຕາມ ຈຸດປະສົງ ຂອງອົງການ ກວດສອບແຫ່ງຣັດ ທີ່ມີພາລະ ທັງກວດສອບ ການໃຊ້ຈ່າຍ ງົບປະມານ ໃນການກໍ່ສ້າງ, ກວດສອບ ການກໍ່ສ້າງ ແລະ ຄຸນນະພາບ ຂອງການ ກໍ່ສ້າງນໍາດ້ວຍ. ພ້ອມກັນນັ້ນ ກໍຍັງມີຫລາຍຄົນ ເຫັນວ່າ ການກວດກາ ທີ່ວ່ານັ້ນບໍ່ໄດ້ ຮັບຜົນເທົ່າທີ່ຄວນ ຍ້ອນວ່າ ບາງໂຄງການ ກໍ່ສ້າງມີຜູ້ນຳ ທີ່ມີອິດທິພົນ ໄດ້ຜົນປະໂຫຍດນໍາ.