ກົດຟັງສຽງ
ພຣະຍາ ອິນແປງ ເກີດເມື່ອ ວັນທີ່ 13 ກຸມພາ ຄ.ສ. 1923 ທີ່ ເມືອງໂຂງ, ເປັນບຸຕ ຜູ້ທີ່ 2 ໃນຈໍານວນ ເອື້ອຍ-ນ້ອງ ສອງຄົນ ຂອງ ທ່ານໜູເຜືອກ ສູຣິຍະໄທ ແລະ ຍານາງ ສຸດສຸດາ ໂພທິສານ. ຫລັງຈາກ ຮຽນຈົບ ຢູ່ນະຄອນຫລວງ ວຽງຈັນ ແລ້ວ ພຣະຍາ ອິນແປງ ໄດ້ໄປຮັບ ກາຣສຶກສາ ຕໍ່ໃນ ແຂນງວິຊາ ກາຣເສຖກິຈ ແລະ ກາຣເມືອງ ທີ່ ກຸງປາຣີສ໌ ແລະ ກັບຄືນ ເມືອງລາວ ໃນປີ 1953 ແລະ ເຣີ່ມເຂົ້າ ຮັບໃຊ້ ໃນຣາຊກາຣ ພຣະຣາຊ ອານາຈັກ ລາວ ໃນຫລາຍໆ ຕຳແໜ່ງ ຊຶ່ງ ກໍຮວມທັງ ເລຂາເອກ ປະຈໍາ ສະຖານ ເອກອັຄຣາຊທູຕ ລາວ ທີ່ ກຸງວໍຊິງຕັນ ດີຊີ, ເອກອະທິບໍດີ ປະຈຳ ກະຊວງ ກາຣຕ່າງ ປະເທສ, ຣັຖມົນຕຣີ ຊ່ວຍ ປະຈໍາ ກະຊວງ ຍຸຕິທັມ ແລະ ສຶກສາ ທິກາຣ ຕລອດຮອດ ຣັຖມົນຕຣີ ກະຊວງ ເສຖກິຈ ແລະ ກາຣຄັງ ພ້ອມກັບ ເປັນ ສະມາຊິກ ຂອງ ສະພາ ຣາສດອນ ແຫ່ງຊາຕ ແລະ ຮອງປະທານ ສະພາ ແຫ່ງຊາຕ ແລະ ອື່ນໆຫລາຍ ແຂນງກາຣ ຈົນເຖີງ ທ້າຍປີ 1975 ທີ່ມີກາຣ ປ່ຽນແປງ ໃນຣະບົບ ກາຣປົກຄອງ ໃນລາວ ຈຶ່ງໄດ້ໄປ ຕັ້ງຖິ່ນຖານ ຢູ່ ປະເທສ ຝຣັງເສສ ຈົນເຖິງ ວາຣະ ສຸດທ້າຍ ດັ່ງກ່າວ.
ຢ່າງໃດ ກໍດີ ພິທີ ຊາປະນາກິຕສົພ ຂອງ ມື້ລາງ ພຣະຍາ ປຣະສິທ ອິນແປງ ສູຣິຍະໄທ ມີກຳໜົດ ຈະຈັດຂຶ້ນ ຢູ່ທີ່ ກຸງປາຣີສ໌ ໃນມື້ ວັນພຣະຫັດ ທີ່ ຈະມາເຖີງ ນີ້.