ກົດຟັງສຽງ
ກອງປະຊຸມ ນັກຊ່ຽວຊານ ດ້ານໂຣຄ ໄຂ້ຫວັດໃຫຍ່ ໃນຂົງເຂດ ປາຊີຟີກ ຕາເວັນຕົກ ແລະ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຄັ້ງທີ່ 5 ໄຂຂື້ນ ທີ່ ນະຄອນຫລວງ ວຽງຈັນ ໃນມື້ວັນ ອັງຄານ ເພື່ອແລກປ່ຽນ ປະສົພການ ແລະ ຄວາມຮູ້ ກ່ຽວກັບ ໂຣຄ ໄຂ້ຫວັດໃຫຍ່ ແລະ ພຍາດ ອື່ນໆ ທີ່ຍັງເປັນ ພັຍນາບຂູ່ ຕໍ່ຂົງເຂດ ແລະ ໃນໂລກ.
ໃນກອງປະຊຸມ ທີ່ຈະໃຊ້ ເວລາ 4 ວັນ ມີນັກຊ່ຽວຊານ ດ້ານໂຣຄ ໄຂ້ຫວັດໃຫຍ່ ປະມານ 90 ຄົນ ຈາກ 22 ປະເທດ ເຂົ້າຮ່ວມ ກຸ່ມດ່ັງກ່າວ ຈະໂອ້ລົມກັນ ກ່ຽວກັບ ສະພາບການ ການຄວບຄຸມ ໂຣຄ ດັ່ງກ່າວ ໃນ ຂົງເຂດ.
ທ່ານ ບຸນກວ້າງ ພິຈິດ ຮອງ ຣັຖມົນຕຣີ ສາທາຣະນະສຸຂ ສປປລາວ ກ່າວໃນ ຕອນເປີດ ກອງປະຊຸມ ວ່າ ສປປລາວ ຖືກຄັດເລືອກ ໃຫ້ເປັນບ່ອນ ປະຊຸມ ໃນປີນີ້, ຫລັງຈາກ ທີ່ສູນກາງ ປາບປາມ ໂຣຄ ໄຂ້ຫວັດໃຫຍ່ ແຫ່ງຊາດ ລາວ ໄດ້ຖືກ ຮັບເຂົ້າ ໃນເຄືອຄ່າຍ ອົງການ ສີ້ງຊອມ ດ້ານໂຣຄ ໄຂ້ຫວັດໃຫຍ່ ສາກົນ ໃນເດືອນ ສີງຫາ ປີ 2010 ໃຫ້ເປັນ ສູນກາງໃຫມ່ ໃນຂົງເຂດ.
ເຄືອຂ່າຍ ວິຈັຍ ຄົ້ນຄວ້າ ໂຣຄ ໄຂ້ຫັວດໃຫຍ່ ສາກົນ ປະກອບດ້ວຍ 5 ຫນ່ວຍງານ ຂອງ ອົງການ ອະນາມັຍ ໂລກ ທີ່ຮ່ວມງານ ກັບ 4 ຫ້ອງວີຈັຍ ເຊື້ອໂຣຄ ໃຫຍ່ໆ ໃນຂົງເຂດ ກັບ 134 ສະຖາບັນ ຂອງ 104 ປະເທດ ຜູ້ທີ່ເປັນ ສະມາຊິກ ຂອງ ອົງການ ອະນາມັຍ ໂລກ ທີ່ຖືກສເນີ ໃຫ້ເປັນ ສູນກາງ ຄົ້ນຄວ້າ ໂຣຄ ໄຂ້ຫັວດໃຫຍ່ ແຫ່ງຊາດ ຈາກ ອົງການ ອະນາມັຍ ໂລກ.
ອົງການ ດັ່ງກ່າວ ຕ້ອງໄດ້ເກັບ ສີ້ນສ່ວນ ຕົວຢ່າງຂອງ ເຊື້ອໂຣຄ ໄຂ້ຫັວດໃຫຍ່ ທີ່ເກີດຂື້ນ ໃນປະເທດ ຂອງຕົນ ໄປຄົ້ນຄວ້າ ວີຈັຍ ແລ້ວມາ ຮ່ວມຂໍ້ມູນ ການຄົ້ນຄວ້າ ເຊື້ອ ໄວຣັສ ກັບ ອົງການ ອະນາມັຍ ໂລກ ເພື່ອມາ ຜລິດເປັນ ຢາວັກຊີນ ສຳລັບຕ້ານ ໂຣຄ ດ່ັງກ່າວ ໃນຂົງເຂດ ແລະ ໃນໂລກ.