ໂທຣະທັດໄທມີຜົນ ແຊກຊຶມຕໍ່ຊາວໜຸ່ມລາວ
2011.02.24
ກົດຟັງສຽງ
ກົມວັທນະທັມ ມະຫາຊົນ ເປັນຫ່ວງນໍາ ຂ່າວທາງ ໂທຣະທັດໄທ ຊຶ່ງອາຈມີ ອິດທິພົນ ຕໍ່ຊາວໜຸ່ມລາວ, ໂດຍສະເພາະ ກ່ຽວກັບ ຂ່າວເດັກນ້ອຍ ໄວລຸ້ນໄທ ຕີກັນແບບເປັນໝູ່ ຊື່ງອາດເຮັດໃຫ້ ເດັກນ້ອຍລາວ ທີ່ມັກເບິ່ງລາຍການ ໂທຣະທັດໄທ ຮຽນເອົາແບບຢ່າງ ທີ່ບໍ່ດີ. ຕາມການເປີດເຜີຽ ຂອງເຈົ້າໜ້າທີີ່ ກະຊວງຖແລງຂ່າວ:
"ຄືປັດຈຸບັນ ຢູ່ເມືອງໄທ ບັນຫາຂອງເດັກໄວລຸ້ນ ອາລະວາດຕີກັນ ເປັນການສອນ ໃຫ້ຄົນ ອັນນີ້ມັນ ກໍເປັນຫ່ວງຢູ່ ຢູ່ລາວ, ແລ້ວກໍຜົນກະທົບ ມັນກໍຕິດມານໍາ ແຫລະ".
ທ່ານວ່າ ປະຊາຊົນລາວ ເບິ່ງລາຍການ ໂທຣະທັດໄທ ຢ່າງຫລວງຫລາຍ, ທັງຂ່າວ, ລະຄອນ, ແລະລາຍການ ບັນເທິງ. ຂ່າວການຕີກັນ ຂອງ ນັກຮຽນໄວລຸ້ນໄທ ກໍມັກມີຢູ່ເລື້ອຍໆ. ອັນນີ້ ເປັນພຶດຕິກັມ ທີ່ບໍ່ເໝາະສົມ ເມື່ອຊາວໜຸ່ມ ໄວລຸ້ນລາວ ເບິ່ງແລ້ວ ກໍອາດນໍາໄປ ເປັນແບບຢ່າງ. ລາຍການ ໂທຣະທັດໄທ ມີຫລາຍສິ່ງ ຫລາຍຢ່າງ ທີ່ເປັນປໂຍດ ແກ່ຜູ້ເບິ່ງ ຖ້າຫາກວ່າຜູ້ເບິ່ງ ຮູ້ຈັກໄຈ້ແຍກ ແລະ ນໍາເອົາໄປໃຊ້ ໃຫ້ເປັນປໂຍດ, ເຊັ່ນສາຣະຄະດີ ຕ່າງໆ ສ່ວນມາກແລ້ວ ເປັນລາຍການ ທີ່ດີມີປໂຍດ.
ໃນອີກດ້ານນື່ງ ລາຍການບັນເທິງ ລາຍການແຟຊັນ ການນຸ່ງຖືແບບ ຊາວຕະເວັນຕົກ ເປັນລາຍການທີ່ ຊາວໜຸ່ມລາວສົນໃຈ. ລາຍການ ນີ້ມີອິດທິພົນ ຕໍ່ຄຸນຄ່າ ຂອງ ຄວາມນິຍົມ ຫລາຍທີ່ສຸດ ເມື່ອຊາວໜຸ່ມ ເບິ່ງແລ້ວ ກໍມັກຈະນໍາແບບຢ່າງ ຈົນລືມ ວັທນະທັມ ຂອງຕົນເອງ.