ບັນຫາເງິນເຟີ້ ໃນສປປລາວ
2011.04.06

ກົດຟັງສຽງ
ທາງການລາວ ຮູ້ວ່າ ສະພາບເງີນເຟີ້ ກຳລັງສູງຂື້ນ ໃນເວລານີ້ ເຮັດໃຫ້ປະເທດ ທີ່ບໍ່ມີທາງອອກສູ່ ທະເລ ດັ່ງ ສປປລາວ ຂາດດູນການຄ້າຫລາຍຂື້ນ, ຣັຖບານ ແລະ ຝ່າຍເອກກະຊົນ ກໍຊອກຊ່ອງທາງ ທີ່ຈະຢັບຢັ້ງ ອັຕຣາເງີນເຟີ້ ໃນລາວ ບໍ່ໃຫ້ຂື້ນສູງ ກວ່ານີ້.
ບັນຫາຕົ້ນຕໍກໍຍ້ອນວ່າ ໃນລາວມີການຜລີດໜ້ອຍ ຈື່ງເຮັດໃຫ້ ສປປລາວ ນຳເຂົ້າສີນຄ້າ ຈາກຕ່າງປະເທດ ຫລາຍກວ່າການສົ່ງອອກ, ຈາກຄ່າຂົນສົ່ງແພງ ແລະ ນ້ຳມັນແພງ ຈື່ງເຮັດໃຫ້ຣາຄາສີນຄ້າແພງ ຄ່າຂອງເງີນກີບ ຕົກຕ່ຳ ຈື່ງເຮັດໃຫ້ເກີດ ເງີນເຟີ້.
ສປປລາວ ຕ້ອງນຳເຂົ້ານ້ຳມັນ ອາຫານການກີນ ແລະ ເຄື່ອງໃຊ້ຂອງສອຍ ປະຈຳວັນ ຈາກປະເທດໄທ, ຣາຄາສີນຄ້າ ໃນລາວຈະສູງຂື້ນ ຖ້າຣາຄານ້ຳມັນ ໃນໄທສູງ ແລະ ຄ່າເງີນບາດສູງ. ລາວສົ່ງອອກ ສີນຄ້າໜ້ອຍ ຖ້າທຽບໃສ່ການນຳເຂົ້າ ແລະ ບໍ່ມີການຜລິດ ພໍທີ່ຈະເຮັດໃຫ້ ຄ່າຂອງເງີນກີບ ຄົງຕົວໄດ້. ສີນຄ້າທີ່ລາວ ສົ່ງອອກໄປໄທ ສ່ວນໃຫຍ່ແມ່ນໄຟຟ້າ ຈາກໂຄງການເຂື່ອນ ໄຟຟ້າ ແຕ່ນັ້ນ ກໍ່ຍັງເປັນ ກັມມະສິດ ແລະລາຍໄດ້ຂອງ ກຸ່ມລົງທືນຫລາຍກວ່າ.
ສະພາບເງີນເຟີ້ ໂດຍສເລັ່ຽໃນລາວ ໃນປີ 2010 ຕົກຢູ່ປະມານ 5.98%, ຂື້ນສູງສຸດ ໃນຣະຍະ 3 ເດືອນຂອງປີນັ້ນ ເຊັ່ນໃນເດືອນກັນຍາ ປະມານ 8.14%, ເດືອນສິງຫາ 7.98% ແລະ ເດືອນຕຸລາ 7.87%.
ຣາຄານ້ຳມັນແພງ ໃນຕລາດໂລກ ເນື່ອງມາຈາກສະພາບ ການເມືອງ ໃນຕາເວັນອອກກາງ ຊື່ງເປັນແຫລ່ງຜລິດນ້ຳມັນ ເປັນສາເຫດເຮັດໃຫ້ ຣາຄາສີນຄ້າແພງ ຍ້ອນຄ່າຂົນສົ່ງແພງ ຈື່ງເຮັດໃຫ້ເງີນເຟີ້ ເພີ້ມຂື້ນໃນ ສປປລາວ.