ເດັກນ້ອຍຊົນເຜົ່າ ຂາດສາຣອາຫານ

ປະຊາຊົນ ຊາວເຜົ່າ ຍັງຂາດຄວາມຮູ້ ທີ່ຖືກຕ້ອງ ໃນເຣື້ອງ ການລ້ຽງດູ ເດັກນ້ອຍ ແລະ ໃຫ້ສານອາຫານ ແກ່ເດັກ.

0:00 / 0:00

ກົດຟັງສຽງ

ມາເຖິງ ປັດຈຸບັນນີ້ ປະຊາຊົນ ຊາວເຜົ່າ ແລະ ກຸຸ່ມຄົນຍາກຈົນ ໃນເຂດ ຊົນນະບົດ ຍັງຂາດຄວາມຮູ້ ທີ່ຖືກຕ້ອງ ໃນການລ້ຽງ ເດັກນ້ອຍ ແລະ ການໃຫ້ ສານອາຫານ ແກ່ແມ່ ແລະ ເດັກ, ຊຶ່ງບັນຫາ ດັ່ງກ່າວ ທາງກະຊວງ ສາທາຣະນະສຸກ ຕ້ອງການແກ້ໄຂ, ໂດຍສະເພາະ ການຂາດສານອາຫານ ທີ່ຮຸນແຮງ ເພື່ອປ້ອງກັນ ຜົນກະທົບ ຕໍ່ສຸຂພາບ ຂອງປະຊາຊົນ ຕລອດຈົນ ການພັທນາ ປະເທດ. ເຈົ້າໜ້າທີ່ ຜແນກ ແມ່ແລະເດັກ ກົມອະນາໄມ ກັນພະຍາດ ກະຊວງ ສາທາຣະນະສຸກ ນະຄອນຫລວງ ວຽງຈັນ ກ່າວວ່າ:

“ດ້ານໂພຊນາການນີ້ ຕ້ອງໄດ້ເວົ້າກັນ ລະອຽດຕື່ມ ບໍ່ແມ່ນເວົ້າເຣື້ອງ ອາຫານ ການກິນທັມມະດາ, ເວົ້າເຣື້ອງໂພຊນາ ມັນຕ້ອງມີການ ລ້ຽງດູ ທີ່ຈໍາເປັນ ໃນອາຫານ ເຂົາເອີ້ນວ່າ ມັນຈະຊ່ອຍບໍາຣຸງ ທັງຮ່າງກາຍ ໃຫ້ມັນເຕີບໂຕ ສົມສ່ວນ.”

ທ່ານ ກ່າວຕື່ມວ່າ ບັນຫາ ຂອງເດັກນ້ອຍ ໃນເຂດຊົນນະບົດ ແລະ ເດັກນ້ອຍຊົນເຜົ່າ, ສ່ວນຫລາຍແລ້ວ ຈະເປັນບັນຫາ ເຣື້ອງກິນບໍ່ອີ່ມ ແລະ ຂາດສານອາຫານ ສົ່ງຜົນໃຫ້ເດັກນ້ອຍ ມີການຈະເຣີນ ເຕີບໂຕ ທີ່ບໍ່ສົມບູນ, ຄື ມີຮ່າງກາຍ ບໍ່ແຂງແຮງ ແລະ ບໍ່ມີພູມຄຸ້ມກັນໂຣກ, ເຮັດໃຫ້ເກີດພະຍາດ ໄດ້ງ່າຍ. ຕໍ່ບັນຫາ ທີ່ເກີດຂຶ້ນນີ້ ເຖິງແມ່ນວ່າ ຈະມີຫລາຍອົງການ ເອກຊົນ ທີ່ໃຫ້ຄວາມຊ່ອຍເຫລືອ ໃນການຕັ້ງໂຄງການ ອາຫານເສີມ ຕາມບ່ອນທີ່ມີ ຄວາມຕ້ອງການແລ້ວ ກໍຕາມ, ແຕ່ບັນຫາ ດັ່ງກ່າວ ກໍຍັງບໍ່ໝົດສິ້ນ ເນື່ອງມາຈາກ ອາຫານ ທີ່ນໍາໄປ ຊ່ອຍເຫລືອ ຍັງບໍ່ມີພຽງພໍ ຕໍ່ຈໍານວນ ເດັກນ້ອຍ ທີ່ຕ້ອງການ.

ອີກຢ່າງນຶ່ງ ບັນຫາການຂາດ ສານອາຫານ ແລະ ການລ້ຽງດູ ທີ່ດີ ສໍາລັບ ເດັກນ້ອຍ ໃນສປປລາວ ນີ້, ຈໍາເປັນຕ້ອງ ເລັ່ງແກ້ໄຂ ເພື່ອໃຫ້ເດັກນ້ອຍ ທີ່ເຕີບໂຕມາ ມີສຸຂພາບທີ່ດີ ແລະ ມີຄຸນນະພາບ ໃນການທີ່ຈະ ພັທນາ ປະເທດຕໍ່ໄປ. ຖ້າຫາກວ່າ ການແກ້ໄຂ ບັນຫາດັ່ງກ່າວ ບັນລຸ ໄປດ້ວຍດີ ກໍຈະສາມາດ ນໍາພາ ສປປລາວ ໃຫ້ຫລຸດພົ້ນ ຈາກປະເທດທີ່ ທຸກຍາກໄດ້ ຕາມນະໂຍບາຍ ຂອງຣັຖບານ ທີ່ວາງອອກ.