ການກໍາຈັດສິ່ງເສດເຫຼືອ ຈາກໂຮງໝໍຂາດມາຕຖານ

ການກໍາຈັດ ຂີ້ເຫຍື້ອ ສິ່ງເສດເຫຼືອ ຈາກໂຮງໝໍ ໃນລາວ ຍັງບໍ່ໄດ້ ມາຕຖານ ຊື່ງ ຈະເປັນພັຍ ຕໍ່ສຸຂພາບ ຂອງຄົນໄດ້.
ສົມເນ
2012.01.19
F-Hospital-waste ຂີ້ເຫຍື້ອ ສິ່ງເສດເຫຼືອ ຈາກໂຮງໝໍ ເປັນອັນຕລາຍ ຕໍ່ສຸຂພາບ ຄວນກໍາຈັດ ທໍາລາຍ ໃຫ້ຖືກຫຼັກ ອະນາມັຍ ສາກົນ
wwf.org

ກົດຟັງສຽງ

ການກໍາຈັດ ຂີ້ເຫຍື່ອ ຈາກໂຮງໝໍ ຕ່າງໆໃນລາວ ຍັງບໍ່ຖືກຕ້ອງ ຕາມຫຼັກ ມາຕຖານ ອະນາມັຍ ສາກົນ ຊື່ງອາດເຣັດໃຫ້ ເຊື້ອພຍາດ ແພ່ລາມໄປໄດ້ ຍ້ອນວ່າ ການທໍາລາຍ ຂີ້ເຫຍື່ອ ຈາກໂຮງໝໍ ທີ່ ກະຊວງ ສາທາຣະນະສຸຂ ຮັບຜິດຊອບນັ້ນ ເປັນພຽງແຕ່ ເອົາໃສ່ຖົງ ແລ້ວນໍາໄປ ຝັງດິນ. ເຈົ້າໜ້າທີ່ ຜແນກພັທນາ ແລະ ບໍຣິຫານ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ຜ່ານມານີ້ ການກໍາຈັດ ຂີ້ເຫຍື່ອ ຕິດເຊື້ອ ນີ້ຍັງບໍ່ຖືກ ວິທີ ແລະເຫັນວ່າ ມັນສີ່ເປັນຜົນ ໃຫ້ສິ່ງແວດລ້ອມ ໂດຍສະເພາະ ພຍາດ ມັນສີ່ ສາມາດ ຄືນມາໄດ້ ເນື່ອງຈາກ ພວກເຮົາ ມັນມີຄວາມ ຈໍາເປັນຕ້ອງ ກໍາຈັດ ຂີ້ເຫຍື່ອ ຕິດເຊື້ອ ພວກນີ້ ໃຫ້ຖືກວິທີ".

ທີ່ຜ່ານມາ ສປປລາວ ບໍ່ທັນສາມາດ ຫາວິທີກໍາຈັດ ຂີ້ເຫຍື່ອ ຕິດເຊື້ອພຍາດ ໃຫ້ຖືກຕ້ອງ ຕາມຫຼັກການ ອະນາມັຍ ສາກົນ ຈື່ງໄດ້ຂໍ ຄວາມຊ່ວຍເຫລືອ ຈາກ ສະຖາບັນ ພຍາດວິທຍາ ປະເທດໄທ (AIP)ເພື່ອໃຫ້ສ້າງ ເຕົາຈູດຂີ້ເຫຍື່ອ ທໍາອິດ ຢູ່ໃນ 3 ແຂວງ ເສັຽກ່ອນ ຄື ນະຄອນຫລວງ ວຽງຈັນ ແຂວງ ຫລວງພຣະບາງ ແລະແຂວງ ໄຊຍະບູຣີ ເຕົາເຝົາຂີ້ເຫຍື່ອ ທີ່ວ່ານີ້ ສາມາດເຜົາ ຂີ້ເຫຍື່ອໄດ້ ວັນນື່ງ 100-500 kg ໂຮງພຍາບານ ໃນລາວ ມີຂີ້ເຫຍື່ອ ຕິດເຊື້ອພຍາດ ປະມານ 3-4 ກິໂລກຣາມ ຕໍ່ວັນ.

ປັດຈຸບັນ ທ່ານວ່າ ບໍ່ທັນພົບ ເຫັນຄົນ ເປັນພຍາດ ຈາກຂີ້ເຫຍື່ອ ຕິດເຊື້ອພຍາດ ນີ້ເທື່ອ ທາງ ສາທາຣະນະສຸຂ ຄາດວ່າການ ສ້າງເຕົາເຜົາ ຂີ້ເຫຍື່ອ ຈະມີຂື້ນ ພາຍໃນ 3 ເດືອນ ຂ້າງໜ້ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.