ທາງການລາວຄູ້ມຄອງ ປ່າໄມ້ແບບລະຫຼວມ

ການຄຸ້ມຄອງ ປ່າໄມ້ ຂອງ ທາງການລາວ ຢູ່ແຂວງ ບໍຣິຄໍາໄຊ ບໍ່ທົ່ວເຖິງ.
ຈໍາປາທອງ
2012.10.29

ປະຊາຊົນ ແລະ ເຈົ້າໜ້າທີ່ ອົງການ ຈັດຕັ້ງສາກົນ ເຫັນວ່າ ທາງການລາວ ຄຸ້ມຄອງປ່າໄມ້ ຢູ່ແຂວງ ບໍລິຄໍາໄຊ ຍັງບໍ່ທົ່ວເຖິງ ເທົ່າທີ່ຄວນ ມີການບຸກລຸກ ປ່າໄມ້ ລັກລອບ ລ່າສັດ. ດັ່ງຊາວເມືອງ ປາກຊັນ ຜູ້ນຶ່ງເວົ້າວ່າ:

"ສ່ວນຫລາຍ ຢູ່ແຖວໆບ້ານເນາະ ການຄຸ້ມຄອງ ກ່ຽວກັບປ່າໄມ້ ຍັງບໍ່ທົ່ວເຖິງ ການຄຸ້ມຄອງ ສັດໃຫຍ່".

ເຈົ້າໜ້າທີ່ ກໍເຄີຍມາ ປະຊາສໍາພັນວ່າ ມີກົດຣະບຽບ ຫ້າມລ່າສັດ ຫລືບຸກລຸກປ່າ ແຕ່ທີ່ຜ່ານມາ ເທົ່າທີ່ເຫັນ ກໍຍັງມີຜູ້ທີ່ ບໍ່ຢໍາເກງ ຕໍ່ກົດໝາຍ ຍັງລັກເຮັດຢູ່. ໃນບັນຫານີ້ ກໍໜ້າເປັນຫ່ວງນໍາ ຍ້ອນວ່າ ຈາກການໄປຫາ ເຄື່ອງປ່າຂອງດົງ ຂອງຜູ້ຄົນ ຮູ້ສຶກວ່າ ໃນຫລາຍປີຜ່ານມາ ປ່າໄມ້ໃນແຖບນັ້ນ ມີການປ່ຽນແປງໄປ ຈາກແຕ່ກ່ອນ ຫລາຍ.

ກ່ຽວກັບບັນຫານີ້ ນັກຊ່ຽວຊານ ອົງການ ຈັດຕັ້ງສາກົນ ດ້ານອະນຸຮັກ ປ່າໄມ້ ແລະສັດປ່າ ທ່ານນຶ່ງ ເວົ້າໃນທໍານອງ ດຽວກັນວ່າ ໃນເຂດປ່າສງວນ ນໍ້າກະດິງ ຍັງມີຄົນ ລັກລອບຕັດໄມ້ ແລະລ່າສັດ ຈົນໜ້າເປັນຫ່ວງ:

"ຢູ່ຫັ້ນນະ ປ່າສງວນ ນໍ້າກະດິງ ຢູ່ບໍຣິຄໍາໄຊ ຄົນລັກລອບ ຕັດໄມ້ບໍ ລັກລອບຍິງສັດປ່າບໍ ສ່ວນຫລາຍຢູ່ໃນ ເຂດຫວງຫ້າມ ເປັນລັກສນະ ແນວນັ້ນ".

ທ່ານເວົ້າຕື່ມອີກວ່າ ຈາກການ ປະຕິບັດງານ ຮ່ວມກັບ ເຈົ້າໜ້າທີ່ປ່າໄມ້ ຂອງລາວ ກໍເຫັນວ່າ ພວກເຂົາເຈົ້າ ກໍໄດ້ອອກກວດກາ ແລະ ຈັບກຸມພວກລັກ ຕັດໄມ້ ແລະ ລ່າສັດປ່າຢູ່ ແຕ່ກໍຈັບໄດ້ ແຕ່ລາຍນ້ອຍໆ ເທົ່ານັ້ນ ສ່ວນລາຍໃຫຍ່ ທີ່ສ້າງບັນຫາ ຫຼາຍນັ້ນ ບໍ່ຄ່ອຍເຫັນວ່າ ຈະຈັບໄດ້ ແຕ່ຢ່າງໃດ ຈຶ່ງເຮັດໃຫ້ ບັນຫາດັ່ງກ່າວ ຍັງມີຢູ່ ຕລອດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.