ການລັກຕັດໄມ້ ຂ.ຜົ້ງສາລີຜ່ອນລົງ

ການຕັດໄມ້ ແບບຜິດກົດໝາຍ ໃນແຂວງຜົ້ງສາລີ ຫລຸດຜ່ອນລົງ ຫລັງຈາກ ທີ່ທາງແຂວງ ໄດ້ແຈ້ງຕໍ່ ຣັຖບານ.
ໂພໄຊສວັດ
2010.11.17

ກົດຟັງສຽງ

ປະຊາຊົນບໍ່ດີໃຈ ແລະບໍ່ໄວ້ວາງໃຈ ໃນອຳນາດປົກຄອງ ເພາະເຫັນວ່າມີການ ລັກຕັດໄມ້ເກີນຂອບເຂດ ຂອງບໍລິສັດ ທີ່ໄດ້ຮັບອະນຸມັດ ໃຫ້ສຳປະທານ ໃນການສົ່ງເສີມ ປູກຢາງພາລາ. ຕໍ່ມາການລັກຕັດໄມ້ ແບບຜິດກົດໝາຍ ພາຍໃນແຂວງຜົ້ງສາລີ ໄດ້ຫລຸດຜ່ອນລົງ ຫລັງຈາກທີ່ທາງ ອຳນາດປົກຄອງແຂວງ ໄດ້ແຈ້ງຕໍ່ຣັຖບານ ໃຫ້ແກ້ໄຂບັນຫາ ດັ່ງກ່າວ. ທ່ານຄຳຈັນ ສະກຸນຕະວະ ສະມາຊິກສະພາ ແຫ່ງຊາດ ແຂວງຜົ້ງສາລີເວົ້າວ່າ:

"ໄດ້ເວົ້າກັບຣັຖບານ ແລ້ວ ຣັຖບານມາກວດ ແລະແກ້ແລ້ວ ດຽວນີ້ເຂົາບໍ່ຕັດແລ້ວ".

ທ່ານຄຳຈັນ ເວົ້າຕໍ່ໄປວ່າ ບັນຫາການລັກຕັດໄມ້ ທີ່ເຄີຍເກີດຂຶ້ນ ຢູ່ໃນແຂວງຜົ້ງສາລີນັ້ນ ປັດຈຸບັນນີ້ ທາງການລາວ ໄດ້ສົ່ງເຈົ້າໜ້າທີ່ ມາກວດສອບ ແລະຈັບລົງໂທດ ຜູ້ເຮັດຜິດແລ້ວ, ບັນຫາຈຶ່ງຄ່ອຍ ເບົາບາງລົງ ກວ່າແຕ່ກ່ອນ, ແຕ່ຈະໃຫ້ໝົດໄປ ບາດດຽວກໍຄົງຈະຍາກ ເພາະຕ້ອງໄດ້ໃຊ້ ເວລາ ໃນການແກ້ໄຂ ແລະ ເຮັດໃຫ້ປະຊາຊົນມີ ຄວາມຮັກ ແລະຮູ້ສຶກວ່າຕົນ ເປັນເຈົ້າຂອງປ່າເອງ.

ສຳລັບບັນຫາທີ່ເກີດຂຶ້ນ ໃນແຂວງຜົ້ງສາລີ ແມ່ນ ບໍຣິສັດສຳປະທານ ປູກຢາງພາລາ ຈີນ ທີ່ຕັດໄມ້ເພື່ອຖາງປ່າ ສຳລັບ ປູກຢາງພາລາ ແຕ່ການຕັດກໍເກີນຂອບເຂດ ຂອງບໍຣິສັດ ທີ່ໄດ້ຮັບອະນຸມັດ ຈຶ່ງສ້າງ ຄວາມບໍ່ພໍໃຈໃຫ້ແກ່ ປະຊາຊົນ ທີ່ພົບເຫັນ ຈຶ່ງໄດ້ຮ້ອງຮຽນຕໍ່ ຜູ້ແທນຣາຊດອນ ປະຈຳແຂວງ ແລະຜູ້ແທນແຂວງຜົ້ງສາລີ ກໍສເນີຕໍ່ທາງຣັຖບານ ຜ່ານສະພາແຫ່ງຊາດ ຈົນໄດ້ມີການກວດສອບ ດັ່ງກ່າວ.

ທີ່ຜ່ານມາເຈົ້າໜ້າທີ່ ທາງການປ່າໄມ້ ແຂວງກໍມີຄວາມ ບົກຜ່ອງ ເພາະບໍ່ໄດ້ກວດກາ ຢ່າງລະອຽດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.