ສະພາວຽດນາມຈະຕັດສິນ ໂຄງການບ໊ອກໄຊທ໌

ສະພາວຽດນາມ ລົງຄະແນນສຽງ ວ່າຈະ ສນັບສນູນ ໂຄງການ ຂຸດຄົ້ນແຮ່ທາດ ບ໊ອກໄຊທ໌ ຫລືບໍ່.
ສົມເນ
2010.11.17

ກົດຟັງສຽງ

ກອງປະຊຸມ ສະພາ ວຽດນາມ ໃນວັນທີ 2 ພືສຈິກາ ຜ່ານມານີ້ ຜູ້ແທນ ໄດ້ຖົກຖຽງ ກ່ຽວກັບ ໂຄງການຂຸດຄົ້ນ ແຮ່ທາດບ໊ອກໄຊທ໌ ຢ່າງດຸເດືອດ ຈົນຕ້ອງໄດ້ ລົງຄະແນນ ສຽງກັນວ່າ ຈະສນັບສນູນ ໂຄງການ ດັ່ງກ່າວນີ້ ຫລືບໍ່. ສະມາຊິກ ສະພາຜູ້ແທນ ຈໍານວນນື່ງ ມີຄວາມ ເປັນຫ່ວງວ່າ ໂຄງການຂຸດຄົ້ນ ແຮ່ທາດບ໊ອກໄຊທ໌ ໃນພູເຂົາພຽງ ພາກກາງຂອງ ວຽດນາມ ຈະສົ່ງຜົນ ສະທ້ອນໜັກ ຕໍ່ສິ່ງແວດລ້ອມ ເພາະວ່າການ ຂຸດຄົ້ນ ຕ້ອງໄດ້ເອົາ ແຮ່ທາດ ຫລາຍລ້ານໂຕ້ນ ອອກຈາກພື້ນທີ່ ແລ້ວມັນ ຈະເຮັດໃຫ້ ດິນແລະແຫ່ລງນໍ້າ ເຊື່ອມເສັຽ.

ການຂຸດຄົ້ນ ແຮ່ທາດນີ້ ຈະຕ້ອງສ້າງອ່າງ ເກັບຂີ້ຕົມແດງ ໃນພື້ນທີ່ ປະມານ 50 ha. ຜູ້ແທນວ່າ ຖ້າຫາກວ່າອ່າງ ເກັບຂີ້ຕົມແດງ ແຕກ ມັນກໍຈະເກີດ ຄວາມຫາຍນະ ແລະ ປະເທດຊາດ ຈະສູນເສັຽ ເງິນທີ່ລົງທືນ ໄປເຖິງ 4,000 ລ້ານໂດລາ ສະຫະຣັຖ. ສະມາຊິກ ສະພາ ຈໍານວນນື່ງ ສະເໜີໃຫ້ ທາງການ ສະພາເປີດເຜີຽ ລາຍຊື່ຜູ້ແທນ ທີ່ປ່ອນບັດ ສນັບສນູນ ແລະບໍ່ ສນັບສນູນ ໂຄງການ ເພື່ອໃຫ້ ປະຊາຊົນ ຮູ້ນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.