ກຸ່ມ ນັກວິທຍາສາດ ຈາກ ສະຖາບັນ ຄົ້ນຄວ້າ Senckenberg ຈາກປະເທດ ເຢຣະມັນ ໄດ້ຄົ້ນພົບ ແມງມູມ ຊນິດນຶ່ງ ທີ່ບໍ່ມີຕາ ໃນ ສປປລາວ ຈາກນັ້ນກໍໄດ້ ຕັ້ງຊື່ພວກມັນ ຕາມພາສາ ວິທຍາສາດວ່າ “Sinopoda Scurion” ຕາມຊື່ຂອງ ບໍລິສັດ ນຶ່ງທີ່ຜລິດ ໂຄມໄຟ ທີ່ໃຊ້ໄຕ້ ຢູ່ເທິງຫົວ ຂອງພວກ ກັມມະກອນ ຂຸດຄົ້ນບໍ່ແຮ່ ໃນປະເທດ ວິສເຊີແລນ ທີ່ສນັບສນູນ ການຄົ້ນຄວ້າ. ອີງຕາມລາຍງານ ຂອງໜັງສືພິມ ເດລີແມວ ຂອງ ປະເທດ ອັງກິດ.
ແມງມູມ ຊນິດນີ້ມີຂາ 8 ຂາ ຍາວ 15 ຊັງຕີແມັດ ສ່ວນລໍາໂຕ ມີຄວາມຍາວ ພຽງ 12 ມິລລີແມັດ ແມງມູມ ບໍ່ມີຕາ Sinopoda Scurion ເປັນສາຍພັນ ທີ່ມີຫນ້ອຍ ທີ່ສຸດ. ແມງມູມ ຊນິດນີ້ ເປັນແມງມູມ ທີ່ລ້າເຫຍື່ອ ຊຶ່ງ ພາສາທ້ອງຖິ່ນ ຈະຮ້ອງວ່າ ແມງມູມ ກະປູ.
ສ່ວນແມງມູມ ກະປູ ຈະເຫັນທົ່ວໄປ ໃນໂລກ ໂດຍສະເພາະ ໃນເຂດ ອາກາດຮ້ອນ ແຕ່ສະເພາະ ຢູ່ລາວ ແມງມູມ ພວກນີ້ ບໍ່ມີຕາ ຈຶ່ງສ້າງ ຄວາມສົນໃຈ ແລະ ແປກໃຈໃຫ້ ນັກຄົ້ນຄວ້າ.
ແມງມູມ ບໍ່ມີຕາ Sinopoda Scurion ຈະຫລ່າເຫຍື່ອ ໂດຍບໍ່ໃຊ້ ສາຍໄຍ ຈະຕິດຕາມເຫຍື່ອ ໂດຍການຄານໄປຫາ ບໍ່ໃຊ້ໄຍຈັບ. ຜູ້ນໍາໃນການ ຄົ້ນຄວ້າ ສາສດາຈານ Peter Jager ກ່າວວ່າໄດ້ພົບ ແມງມູມ ບໍ່ມີຕາ ໃນຖໍ້າຫ່າງ ຈາກ ເຊບັ້ງໄຟ ປະມານ 100 ກິໂລແມັດ.
ນັກຄົ້ນຄວ້າ ເຊື່ອວ່າ ຕາຂອງແມງມູມ Sinopoda Scurion ຫາຍໄປ ໃນລະຫວ່າງ ການປັບໂຕ ຂອງມັນ ໃຫ້ເຂົ້າກັບ ສະພາບແວດລ້ອມ ທີ່ມືດສະນິດ ຢູ່ໃນຖໍ້າ.