ຊາວບ້ານຕັດໄມ້ ປ້ານນໍ້າເຂົ້ານາ

ຊາວບ້ານ ໃນເຂດ ເມືອງຊຳເໜືອ ແຂວງຫົວພັນ ພາກັນ ຕັດໄມ້ ເພື່ອສ້າງ ຝາຍກັ້ນນ້ຳ ແທນ ຝາຍດິນ ທີ່ເປ່ເພ ໄປແລ້ວ ເມື່ອ 2-3 ປີກ່ອນ.
ອະວາຣີ
2012.10.26

ຊາວບ້ານ ບ້ານນາອ່າງ ໃນເຂດເມືອງຊຳ ເໜືອ ຮຽກຮ້ອງ ໃຫ້ທາງການກ່ຽວຂ້ອງ ຊ່ອຍສ້ອມແປງ ຫລື ສ້າງຝາຍກັ້ນນ້ຳ ແຫ່ງນີ້ ດ້ວຍດິນ ແລະຫີນຄືນໃໝ່ ແຕ່ທາງການ ຂາດເຂີນ ງົບປະມານ ຊາວບ້ານ ບໍ່ມີທາງເລືອກ ຈຶ່ງພາກັນຕັດໄມ້ ຫລາຍສົມຄວນ ໃນແຕ່ລະປີ ເພື່ອສ້າງຝາຍດັ່ງກ່າວ. ຊາວບ້ານ ຜູ້ນຶ່ງເວົ້າວ່າ:

“ແຕ່ລະປີ ມັນຕ້ອງ ຕັດໄມ້ໃສ່ເດີ້ ໂອ້ຫລາຍເດີ້ ຕ້ອງໃຊ້ຫລາຍຕົ້ນ ໝົດບ້ານຫັ່ນແຫລະ ອອກໄປຕັດ ເຕັມລົດກະບະ ລົດໄຖຫັ່ນແຫລະ ຈັ່ງພໍ ປະຊາຊົນນີ້ ກໍຢາກໄດ້ຝາຍ ປູຫິນ ຄັ້ນປີໃດ ນ້ຳບໍ່ນອງແຮງ ກໍພໍໄດ້ກິນເນາະ ຄັນປີໃນ້ຳນອງແຮງ ຝາຍໄຫລໄປແລ້ວ ກໍບໍ່ໄດ້ກິນ ຫັ້ນແຫລະ”.

ບ້ານນາອ່າງ ຕັ້ງຢູ່ໃກ້ນ້ຳຊຳ ຊາວບ້ານຕ້ອງການ ຝາຍກັນນ້ຳຊຳ ເພື່ອໃຫ້ນ້ຳໄຫລ ໄປໃສ່ອ່າງເກັບນ້ຳ ທີ່ຊາວບ້ານສາມາດ ໃຊ້ເພື່ອເຮັດນາ ແລະ ເພີ້ມພູນຜລິດຜົນ ອື່ນໆ. ຈົນເຖິງປັດຈຸບັນ ຊາວບ້ານນາອ່າງ ໄດ້ຕັດໄມ້ເພື່ອ ມາສ້າງຝາຍ ເຮັດມາໄດ້ ສອງສາມປີແລ້ວ ເຮັດໃຫ້ຕົ້ນໄມ້ ທີ່ມີໜ້ອຍຢູ່ແລ້ວ ແຮງໜ້ອຍລົງ. ຊາວບ້ານຜູ້ນີ້ ເວົ້າອີກວ່າ ຊາວບ້ານ ຍັງຈະຈຳເປັນຕ້ອງ ຕັດໄມ້ສືບຕໍ່ໄປ ເລື້ອຍໆ ເພື່ອສ້າງຝາຍ ກັນນ້ຳ ເພາະທາງອຳນາດ ການປົກຄອງ ທ້ອງຖິ່ນ ຄົງຈະບໍ່ສາມາດ ຊ່ວຍສ້າງຝາຍ ຖາວອນ ໃຫ້ໄດ້ ງ່າຍໆ.

ແຕ່ກ່ອນ ປະຊາຊົນລາວ ສ່ວນຫລາຍເຮັດນາ ແລະ ທຳມາຫາກິນ ຕາມ ທັມມະຊາດ ບໍ່ມີຣະບົບ ຊົລປະທານ ຢ່າງຄັກແນ່ ແຕ່ໃນຣະຍະ ສິບກວ່າປີ ທີ່ຜ່ານມາ ຣັຖບານ ພຍາຍາມ ຊ່ວຍສ້າງເໝືອງຝາຍ ແລະ ຣະບົບ ຊົລປະທານ ຂນາດນ້ອຍ ໃຫ້ຊາວບ້ານ ເພື່ອເຮັດນາແຊງ.

ປັດຈຸບັນ ຊາວນາລາວ ໃນຫລາຍບ້ານ ຫລາຍເຂດ ກໍສາມາດເຮັດນາ ແຊງໄດ້ແລ້ວ ຜົນຜລິດເຂົ້າ ກໍເພີ້ມຂື້ນ ແຕ່ໃນຣະຍະຫ້າປີ ທີ່ຜ່ານມາ ສປປລາວ ປະສົບກັບ ພະຍຸ ແລະນ້ຳຖ້ວມ ຮ້າຍແຮງ ສອງສາມເທື່ອ ເຮັດໃຫ້ຣະບົບ  ຊົລປະທານ ເປ່ເພ ຈົນເຖິງປັດຈຸບັນ ກໍຍັງບໍ່ສາມາດ ສ້ອມແປງຄືນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.