ເຂື່ອນນໍ້າສິມກໍາລັງ ເຣີ່ມໂຄງການ
2012.10.12

ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະບໍ່ແຮ່ ເປີດເຜີຍວ່າ ແຂວງຫົວພັນ ຈະອະນຸຍາດ ໃຫ້ ບໍຣິສັດ ຕ່າງປະເທດ ສຶກສາ ຄວາມເປັນໄປໄດ້ ໃນໂຄງການ ສ້າງເຂື່ອນ ຫລາຍແຫ່ງ ພາຍໃນແຂວງ. ທ່ານກ່າວວ່າ:
"ຄວາມຄືບໜ້າ ກໍນໍ້າມາ ນໍ້າແອດ ນໍ້າຊັມ ກໍກໍາລັງ ສຶກສາຢູ່ ແລະນໍ້ເນີນ ນີ້ປາກົດວ່າ ທາງ ອິນໂດຊາຍນາ ຄອນເຊົາຕັນ ນີ້ເພິ່ນໝົດ MoU ແລ້ວ ແລ້ວດຽວນີ້ ຣັຖບານມອບ ໃຫ້ 2-3 ບໍຣິສັດ ລົງໄປ ຄືຊິເຊັນກັນ ມໍ່ໆນີ້ແຫລ໋ະ ແລະ ໂຄງການກໍາລັງ ຈັດຕັ້ງ ປະຕິບັດຢູ່ ໂຄງການ ນໍ້າສິມ".
ໂຄງການເຂື່ອນ ນໍ້າສິມ ຈະຜລິດກະແສ ໄຟຟ້າໄດ້ 8 ເມັກກະວັດ ກໍາລັງ ກໍ່ສ້າງຢູ່ ແລະ ຈະຂາຍ ກະແສໄຟຟ້າ ໃຫ້ກັບ ການໄຟຟ້າລາວ ແລະ ຄາດວ່າຈະໃຊ້ ເວລາກໍ່ສ້າງ ປະມານ 2 ປີເຄິ່ງ ຈະມີການ ໂຍກຍ້າຍ ຊາວບ້ານ ທີ່ຢູ່ໃກ້ເຂດ ສ້າງເຂື່ອນ ປະມານ 450 ຄົນ.
ສໍາລັບໂຄງການ ທີ່ກໍາລັງ ສຶກສາສໍາຣວດ ຢູ່ກໍມີ ນໍ້າຊັມ 1 ຈະມີຜລິດໄດ້ 102 ເມັກກະວັດ ນໍ້າຊັມ 3 ຈະມີຜລິດໄດ້ 186 ເມັກກະວັດ ທັງສອງໂຄງການ ແມ່ນການ ລົງທຶນ ຂອງ ບໍຣິສັດໄຊງ່ອນ.
ການລົງທຶນ ຂອງຈີນ ກໍມີ ນໍ້າແອດ 1 2 ແລະ 3 ຈະມີຜລິດ ຮວມກັນໄດ້ 420 ເມັກກະວັດ.
ເຂື່ອນນໍ້າມາ 1 2 ແລະ 3 ເປັນຂອງ ບໍຣິສັດ ຮວນກັນໄກລາຍ ຈາກວຽດນາມ ເປັນຜູ້ລົງທຶນ ຈະຜລິດກະແສ ໄຟຟ້າໄດ້ 149 ເມັກກະວັດ.
ບໍຣິສັດ ລິນລິນ ຂອງວຽດນາມ ຈະລົງທຶນ ສ້າງເຂື່ອນ ນໍ້າເນີນ ຈະຜລິດກະແສ ໄຟຟ້າໄດ້ 65 ເມັກກະວັດ.
ສໍາລັບກະແສ ໄຟຟ້າ ທີ່ຜລິດໄດ້ ສ່ວນໃຫຍ່ ຈະສົ່ງຂາຍໃຫ້ ຕ່າງປະເທດ ເຖິງແມ່ນວ່າ ແຂວງຫົວພັນ ກໍຍັງຂາດແຄນ ໄຟຟ້າ ແລະ ຍັງໄດ້ນໍາໃຊ້ ກະແສໄຟຟ້າ ຈາກ ວຽດນາມ 2 ເມັກກະວັດ ຢູ່ກໍຕາມ.