ວຽດນາມຊີ້ເອົາ ຄ້າຍທະຫານ “ກາຟ້າ“

ຄ້າຍທະຫານ ທີ່ເກົ່າແກ່ ທີ່ເອີ້ນກັນວ່າ “ຄ້າຍກາຟ້າ” ຕັ້ງຢູ່ບ້ານ ຂົວຫລວງ ເມືອງ ຈັນທະບູຣີ ນະຄອນຫລວງ ວຽງຈັນ ກໍາລັງ ຈະຖືກມ້າງຖິ້ມ ເພື່ອສ້າງເປັນ ສູນການຄ້າ ຂອງ ບໍຣິສັດ ຈາກ ປະເທດ ວຽດນາມ.

0:00 / 0:00

ຕາມຄໍາເວົ້າ ຂອງ ຊາວນະຄອນຫລວງ ວຽງຈັນ ທ່ານນື່ງ:

"ຄ້າຍກາຟ້າ ຕອນນີ້ ກະເຮັດເປັນ ຄອມເປລັກສ໌ ຄືກັນ ຂ້ອຍເບິ່ງ ມື້ວານນີ້ ເຮັດເປັນ ປລາຊາ ຂອງ ບໍຣິສັດ BIM group ຂອງ ວຽດນາມ ເປັນຜູ້ເຮັດອີກ ຂະເຈົ້າ ກະມາ ຮື້ອອກໃຫ້ ຂະເຈົ້າຍ້າຍ ໄປຢູ່ບ່ອນໃໝ່ ເອົາຄ້າຍ ທະຫານ ໄປຢູ່ ບ່ອນໃໝ່".

ເມື່ອຖາມຄວາມເຫັນ ຈາກ ຊາວລາວ ຫລາຍຄົນ ບາງຄົນກໍຢາກ ຮັກສາ ສະຖານທີ່ ນີ້ໄວ້ເປັນທີ່ ລະລືກ ປວັດສາດ ເພາະວ່າມັນ ເປັນຄ້າຍ ເກົ່າແກ່ ສະໄໝ ຝຣັ່ງເສສ ປົກຄອງ ຊື່ງຄວນອານຸຮັກ ໄວ້ ຫລືບໍ່ດັ່ງນັ້ນ ກໍເຮັດເປັນ ສະຖານທີ່ ສາທາຣະນະ ເພື່ອເປັນເອກລັກ ຂອງຊາຕ, ແຕ່ແລ້ວມັນ ກໍກາຍເປັນ ເອກກະລັກ ຂອງ ຕ່າງຊາຕໄປ. ຊາວລາວ ບາງຈໍານວນ ເວົ້າວ່າ ຜູ້ຫລັກຜູ້ໃຫ່ຽ ທຸກວັນນີ້ ມີຫົວທືນນິຍົມ ຝັງແໜ້ນຫລາຍ ປະຊາຊົນ ຈະເວົ້າຫຍັງລົງໄປ ເພິ່ນບໍ່ເອົາ ຫົວຊາ ສົນໃຈນໍາ ແຕ່ກ້ອນເງິນ ການລົງທືນ ຢ່າງດຽວ.

ປັດຈຸບັນນີ້ ສະຖານທີ່ ສໍາຄັນໆ ຫລາຍແຫ່ງ ໃນນະຄອນຫລວງ ວຽງຈັນ ເປັນຕົ້ນໜອງທາ ບືງທາດຫລວງ ຫາດດອນຈັນ ໜອງປີງ ແລະ ແຫ່ງອື່ນໆ ກໍາລັງຖືກ ພັທນາ ໃຫ້ ເປັນສູນການຄ້າ ແລະ ການບໍຣິການ ໂດຍແມ່ນນັກ ທຸຣະກິດ ແລະ ພໍ່ຄ້າຊາວຂາຍ ຈາກ ຕ່າງປະເທດ ເຂົ້າມາຢູ່ແທນ ຄົນລາວ.