ອົງການ ອະນາໄມ ໂລກ ຖແລງ ໃນວັນພຸດ ນີ້ວ່າ ພຍາດ ໂກໂນເຣັຽ ຊື່ງເປັນ ໂຣກຕິດຕໍ່ ທາງເພດ ສັມພັນ ແລະແຕ່ລະປີ ມີຄົນນັບເປັນ ລ້ານຄົນ ເປັນໂຣກນີ້ ດຽວນີ້ ປາກົດວ່າ ດື້ຢາ ແລ້ວແລະ ອາດເປັນໂຣກ ທີີ່ບໍ່ສາມາດ ປິ່ນປົວໄດ້.
ອົງການ ອະນາໄມ ໂລກ ໄດ້ຮຽກຮ້ອງ ໃຫ້ຣັຖບານ ແລະແພດໝໍ ເພີ້ມມາຕການ ຕິດຕາມ ເຊື້ອພຍາດນີ້. ຄົນທີ່ຕິດ ເຊື້ອໂຣຄ ໂກໂນເຣັຽ ນັ້ນຈະມີ ອາການ ອອກຮ້ອນອອກຮົນ ມັນຂ້ານໍ້າເຊື້ອ ຜູ້ຊາຍ ເຮັດໃຫ້ ຜູ້ຍິງຖືພາ ມີອການສັບສົນ ໃນກໍຣະນີ ທີ່ຮ້າຍແຮງ ສາມາດເຮັດໃຫ້ ເດັກນ້ອຍໃນທ້ອງ ຕາຍໄດ້.
ດຣ. Manjula Lusti-Narasimhan ນັກວິທຍາສາຕ ຜແນກພຍາດ ຈາກ ເພດສັມພັນ ກ່າວວ່າ ເຊື້ອໂຣຄ ນີ້ໄດ້ພັທນາໂຕ ຕໍ່ຕ້ານກັບຢາ ຂ້າເຊື້ອໂຣກ ທຸກຊນິດ. ເວລານີ້ ຢາທີ່ໃຊ້ ປິ່ນປົວໂຣຄ ໂກໂນເຣັຽ ແມ່ນຢາ Cephalosporins ແລະ ພາຍໃນອີກ ປະມານ 2 ປີ ເຊື້ອໂຣຄ ໂກໂນເຣັຽ ຈະດື້ກັບຢາ ທຸກໆຊນິດ. ເຊື້ອໂຣຄ ໂກໂນເຣັຽ ທີ່ຕ້ານຢາ Cephalosporins ເທື່ອທໍາອິດ ແມ່ນເຫັນ ຢູ່ປະເທດ ຍີ່ປຸ່ນ ແຕ່ວ່າເມື່ອບໍ່ ດົນມານີ້ ພົບເຫັນຢູ່ ປະເທດອັງກິດ ອອສເຕຣເລັຽ ຝຣັ່ງເສດ ສະວີເດັນ ແລະ ນໍຣເວ ຊື່ງລ້ວນແລ້ວ ແຕ່ເປັນປະເທດ ທີ່ມີຣະບົບ ສາທາຣະນະສຸຂ ດີໆທັງນັ້ນ.