ແພນອອສເຕຣເລັຽ ຂຍາຍຂຸດບໍ່ແຮ່

ບໍຣິສັດ ຜລິດຄໍາ ແພນອອສເຕຣເລັຽ ກໍາລັງ ຈະດໍາເນີນ ການຂຸດຄົ້ນ ບໍ່ແຮ່ ແຫ່ງ ທີສອງ ໃນລາວ.

ບໍຣິສັດຜລິດຄໍາ ແພນອອສເຕຣເລັຽ ຂຍາຍກິຈການໃນລາວ
ບໍຣິສັດຜລິດຄໍາ ແພນອອສເຕຣເລັຽ ຂຍາຍກິຈການໃນລາວ (RFA)

0:00 / 0:00

ກົດຟັງສຽງ

ບໍຣິສັດ ຜລິດຄຳ ແລະ ທອງແດງ ແພນອອສເຕຣເລັຽ ຖແລງວ່າ ພວກຕົນ ກຳລັງ ຈະດຳເນີນງານ ການຂຸດຄົ້ນ ບໍ່ແຮ່ ແຫ່ງທີສອງ ໃນລາວ ໃນເດືອນ ທັນວາ ປີນີ້ ຄາດວ່າ ຜົລຜລິດ ຈາກບໍ່ ດັ່ງກ່າວ ຈະມີຂື້ນ ໃນໄຕຣມາດ ທຳອິດ ຂອງເດືອນ ມີນາ ປີ 2012.

ບໍຣິສັດ ຜລິດ ແຮ່ທາດ ແພນອອສເຕຣເລັຽ ທີ່ມີ ສູນກາງ ຢູ່ ນະຄອນ ບີສແບນ ປະເທດ ອອສເຕຣເລັຽ ຣະບຸວ່າ ໂຄງການ ບໍ່ຄຳ ແລະ ທອງແດງ ບ້ານຫ້ວຍຊາຍ ຊື່ງເປັນ ບໍ່ແຮ່ ແຫ່ງໃຫມ່ ໃນລາວ ທີ່ຖືກ ອະນຸມັດ ສຳປະທານ ຈາກ ຣັຖບານລາວ ໃນເດຶອນ ມີນາ ປີນີ້ ຈະດຳເນີນງານ ການຂຸດຄົ້ນ ໃນເດືອນ ທັນວາ ປີນີ້ ຄາດວ່າ ຈະສາມາດ ຜລິດຄຳ ໄດ້ ໂດຍສເຣັ່ຽ ປີລະ ປະມານ ນື່ງແສນອອນ ແລະ ແຮ່ທາດເງີນ ປະມານ 7 ແສນ ອອນ ຕໍ່ປີ ໃນຣະຍະ 9 ປີ ຂ້າງຫນ້າ.

ທ່ານ Gary Housell ຜູ້ບໍຣິຫານ ບໍຣີສັດ ຖແລງຕໍ່ ກອງປະຊຸມ ຜູ້ຖືຫຸ້ນ ປະຈຳປິ ໃນອາທິິດ ນີ້ວ່າ ໂຄງການ ບໍ່ແຮ່ ທີ່ບໍຣິສັດ ມີຢູ່ ໃນລາວ ໃນປັດຈຸບັນ ກໍ່ແມ່ນ ບໍ່ພູຄຳ ທີ່ໄດ້ ດຳເນີນງານ ການຜລີດຄຳ ແລະ ທອງແດງ ມາໄດ້ ຫລາຍປີ ແລະ ປີນີ້ ກໍ່ເປັນປີ ທີ 3. ໂຄງການ ທີ່ບໍ່ພູຄຳ ແຕ່ລະປີ ສາມາດຜລິດ ທອງແດງ ໄດ້ປະມານ 68 ພັນຕັນ ຕົກຄ່າໃຊ້ຈ່າຍ ໃນການຜລິດ ໂດຍສະເລັ່ຽ ປອນລະ 87 ເຊັນ ແຕ່ຣາຄາ ທອງແດງ ຂອງ ບໍຣິສັດ ໃນເວລານັ້ນ ໂດຍສະເລັ່ຽ ໄດ້ປອນລະ 3 ໂດລາ 44 ເຊັນ ສ້າງກຳໄຣ ແລະ ເງິນຫມູນວຽນ ໃຫ້ບໍຣິສັດ ຫລາຍ ພໍສົມຄວນ.

ທ່ານວ່າ ຍ້ອນເງິນ ຫມູນວຽນ ທີ່ບໍຣິສັດ ໄດ້ຮັບຈາກ ການຂຸດຄົ້ນ ແຮ່ທາດ ຈາກບໍ່ພູຄຳ ຈະເຮັດ ໃຫ້ ບໍຣິສັດ ມີຄວາມພ້ອມສູງ ໃນການ ປະຕິບັດງານ ຂອງ ບໍຣິສັດ ໃນ ອະນາຄົດ.