ກົດຟັງສຽງ
ຣັຖມົນຕຣີ ກະຊວງ ສິ່ງແວດລ້ອມ ຂອງ 6 ປະເທດ ອະນຸ ພູມີພາກ ແມ່ນໍ້າຂອງ ໄດ້ຮັບຮອງ ເອົາແຜນການ ປະຕິບັດ ງານ ຮ່ວມມື ປີ 2012-2016 ດ້ານ ສະພາບ ແວດລ້ອມ ໃນມື້ວັນ ພຣະຫັດ ທີ 28 ກໍຣະກະດາ 2011 ນີ້. ແຜນການ ແມ່ນແນໃສ່ ສ້າງເສຖກິດ ໃຫ້ມີ ສະເຖັຍຣະພາບ ແລະ ຍືນຍົງ. ອີງຕາມ ຖແລງການຮ່ວມ ຂອງ ຄນະຣັຖມົນຕຣີ.
ແຜນການ ປະຕິບັດ ງານຮ່ວມມື 5 ປີ ສ່ວນໃຫຍ່ ແນໃສ່ ການວາງແຜນ ລະບົບ ສິ່ງແວດລ້ອມ, ແຜນ ປະຕິບັດງານ ແລະ ປົກປັກ ຮັກສາ ສິ່ງແວດລ້ອມ, ການບໍຣິຫານ ຊີວະນາໆພັນ ຂ້າມເຂດ ຊາຍແດນ, ການປົກປັກ ຮັກສາ ພູມີ ປະເທດ ແລະ ຊີວິດ ການເປັນຢູ່ ຂອງ ຄົນທ້ອງຖິ່ນ, ແລະ ອື່ນໆອີກ.
ຖແລງການຮ່ວມ ຂອງ ຄນະຣັຖມົນຕຣີ ຫລັງຈາກ ກອງປະຊຸມ ເທື່ອນີ້ ຍັງກ່າວອີກວ່າ: “ພວກເຮົາຫວັງວ່າ ແຜນການ ປະຕິບັດ ງານຮ່ວມມື ປີ 2012-2016 ຈະສາມາດ ສ້າງ ສະມັຕພາບ ຊັພຍາກອນ ມະນຸດ ໃຫ້ເຂັ້ມແຂງ ຂຶ້ນກວ່າເກົ່າ ຊຶ່ງເປັນ ຈຸດມຸ້ງໝາຍ ຂອງພວກເຮົາ ທີ່ ຈະຫລຸດຜ່ອນ ຄວາມທຸກຍາກ ແລະ ຜ່ອນຄວາມສ່ຽງໃຫ້ ລະບົບ ນິເວດວິທຍາ ທີ່ ອຸດົມສົມບູນ ຂອງ ອະນຸ ພູມີພາກ ແມ່ນໍ້າຂອງ ນີ້.
ນອກຈາກນັ້ນ ຖແລງການ ຍັງຮຽກຮ້ອງ ໃຫ້ ພັທນາ ພື້ນທີ່ ສີຂຽວ ແລະ ເຮັດໃຫ້ ເສຖກິດ ມີ ຄວາມທຸ່ນທ່ຽງ ສໍາລັບ ປະເທດ ອະນຸ ພູມີພາກ ແມ່ນໍ້າຂອງ. ໃນເວລາ ດຽວກັນ ກໍຍິນດີ ຕ້ອນຮັບ ການລົງທຶນ ທາງດ້ານ ການກະເສຕ, ພລັງງານ, ທ່ອງທ່ຽວ ແລະ ໂທຣະຄົມ ມະນາຄົມ ຂົນສົ່ງ.