ທາງການບໍ່ແຮ່ຈະເຕືອນ ຜູ້ຣະເມີດກົດຣະບຽບ

ກົມບໍ່ແຮ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ຂອງລາວ ຈະຕັກເຕືອນ 40 ກວ່າ ບໍຣິສັດ ທີ່ມີການ ຣະເມີດ ຣະບຽບການ ແລະ ບໍ່ ປະຕິບັດ ຕາມສັນຍາ.
ມະນີຈັນ
2010.11.19

ກົດຟັງສຽງ

ໃນນັ້ນ ບາງ ບໍຣິສັດ ຂຸດຄົ້ນເກີນ ຂອບເຂດ ທີ່ໄດ້ຮັບ ອະນຸຍາດ ບາງບໍຣິສັດ ຕົກລົງວ່າ ຈະຊ່ວຍ ພັທນາທ້ອງຖີ່ນ ແຕ່ຕົວຈິງ ພັດບໍ່ໄດ້ ປະກອບສ່ວນ ພັທນາຫຍັງເລີຍ, ບໍ່ເສັຽ ພາສີອາກອນ ບໍ່ປະຕິບັດ ພັລທະ ຕາມຣະບຽບການ ແລະ ຂໍ້ກໍານົດ. ບາງໂຄງການ ສ້າງຄວາມເສັຽຫາຍ ຕໍ່ສິ່ງແວດລ້ອມ ແລະສ້າງຄວາມ ບໍ່ສງົບ ໃຫ້ທ້ອງຖິ່ນ ກໍມີ.

ການຕັກເຕືອນ ຂອງ ກົມບໍ່ແຮ່ ທີ່ຈະມີຂຶ້ນ ນັ້ນ ຈະສະແດງ ໃຫ້ເຫັນເຖິງ ການເອົາໃຈໃສ່ ຄຸ້ມຄອງ ຊັພຍາກອນ ທັມມະຊາດ ແລະ ເຖິງມາຕການ ເດັດຂາດ ຂອງຣັຖບານ ລາວ ຕໍ່ບໍຣິສັດ ທີ່ບໍ່ເຮັດແທ້ທໍາຈິງ. ຕາມຣາຍງານ ກະແສຂ່າວຈາກ ນະຄອນຫລວງ ວຽງຈັນ ເມື່ອມໍ່ໆ ມານີ້. 

ມາຮອດຂນະນີ້ ການລົງທຶນ ດ້ານບໍ່ແຮ່ ຣັຖບານລາວ ອະນຸມັດ ໃຫ້ບໍຣິສັດ ລົງທຶນ ທັງໝົດ 154 ບໍຣິສັດ. ໃນນັ້ນ ເປັນການລົງທຶນ ຂອງຕ່າງປະເທດ 117 ບໍຣິສັດ ແລະ ການລົງທຶນ ຂອງພາຍໃນ 35 ບໍຣິສັດ ແລະ ມີອີກ 2 ບໍຣິສັດ ພວມສຶກສາ ບົດວິພາກ ຢູ່. ໃນນັ້ນ ກໍາລັງຊອກຄົ້ນ 59 ບໍຣິສັດ, ກໍາລັງສໍາຣວດ 74 ບໍຣິສັດ ແລະ ຂຸດຄົ້ນ ປຸງແຕ່ງ 33 ບໍຣິສັດ. ເຂດສັມປະທານ ທັງໝົດ ມີ 5 ລ້ານກວ່າ ເອັກຕາຣ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.