ລາວແນະນໍາລົງທືນ ດ້ານທ່ອງທ່ຽວ

ນະຄອນຫລວງ ວຽງຈັນ ໄດ້ປະກາດ ເອົາປີ 2012 ເປັນປີ ທ່ອງທ່ຽວ ເພື່ອ ດືງດູດ ເອົານັກ ທ່ອງທ່ຽວ ເຂົ້າມາລາວ ໃຫ້ຫລາຍຂື້ນ.
ສົມເນ
2012.01.05

ກົດຟັງສຽງ

ທາງການລາວ ສະເໜີ ແລະ ອະນຸຍາດ ໃຫ້ນັກ ລົງທືນ ຈາກ ຕ່າງປະເທດ ເຂົ້າມາ ລົງທືນ ນັບແຕ່ສ້າງ ສະຖານທີ່ ທ່ອງທ່ຽວ ໄປຮອດ ທຸຣະກິດ ໂຮງແຮມ ຮ້ານອາຫານ ແລະອື່ນໆ. ເຈົ້າໜ້າທີ່ ຜແນກ ແຜນການ ແລະ ການລົງທືນ ເວົ້າວ່າ:

"ກະມີນັກ ທຸຣະກິດ ອາດໄປເວົ້າ ກ່ຽວກັບ ໂຮງແຮມ ແລະ ຮ້ານອາຫານ ຕ່າງໆນີ້ກໍ ອະນຸຍາດ ໃຫ້ນັກ ທຸຣະກິດ ຂອງຕ່າງ ປະເທດ ທີ່ມາລົງທືນ ຢູ່ລາວ ກໍອະນຸຍາດ ໃຫ້ປະມູນ ໄປລ້າງ ແລະ ຈັດສັນແຫລ່ງ ທ່ອງທ່ຽວ ຕ່າງໆ".

ນອກຈາກ ໃຫ້ ນັກລົງທືນ ເຂົ້າມາ ລົງທືນແລ້ວ ກົມວັທນະທັມ ແລະ ທ່ອງທ່ຽວ ວ່າໄດ້ຮັບເງິນ ງົບປະມານ ຈາກຣັຖບານ ຈໍານວນ 6 ຕື້ກີບ ເພື່ອໃຊ້ໃນ ການ ໂຄສະນາ ສົ່ງເສີມ ການທ່ອງທ່ຽວ ປັບປຸງ ສະຖານທີ່ ທ່ອງທ່ຽວ ບາງແຫ່ງ ຍ້ອນເຫັນວ່າ ຊາວຕ່າງປະເທດ ບໍ່ທັນມີ ຂໍ້ມູນ ການທ່ອງທ່ຽວ ໃນລາວ ຢ່າງກວ້າງຂວາງ.

ສະຖານທີ່ ທ່ອງທ່ຽວ ຫລາຍແຫ່ງ ໃນລາວ ບໍ່ທັນຖືກ ພັທນາ ເທົ່າທີ່ຄວນ ນັບແຕ່ ຖນົນຫົນທາງ ໄປຫາບ່ອນ ທ່ອງທ່ຽວ ແລະ ໂຄງຮ່າງ ພື້ນຖານ ກໍຍັງບໍ່ ສົມບູນແບບ ຊື່ງການສ້າງ ໂຄງຮ່າງ ພື້ນຖານ ແຫລ່ງ ທ່ອງທ່ຽວນີ້ ຕ້ອງອາໄສ ຕ່າງປະເທດ ເພາະເປັນການ ລົງທືນ ທີ່ສູງ.

ໃນທຸກໆແຂວງ ຂອງລາວ ມີບ່ອນ ທ່ອງທ່ຽວ ທີ່ເປັນໜ້າ ຈັບໃຈ ມີການທ່ອງທ່ຽວ ທັມມະຊາດ ທ່ອງທ່ຽວ ວັທນະທັມ ທ່ອງທ່ຽວ ໃນໂຕເມືອງ ໂດຍສະເພາະ ໃນປີ 2012 ນີ້ຈະມີ ກິຈກັມ ທີ່ສໍາຄັນ ຫລາຍຢ່າງ ຕຣອດປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 06, 2012 02:41 PM

Let Lao Nork to teach Lao Nai how to do business....especially management.

Anonymous
Jan 05, 2012 11:20 PM

I don't think that Laos can benefit that much from tourism.Hydroelectric dams are the best hope for Laos to lift up the country from the ashamed poverty.

Anonymous
Jan 06, 2012 02:37 PM

How come LPDR has to depend on Foreign Aids all the time? If you look at the reality, all the money has gone to the wealth of the Leaders of LPDR. Shamful LPDR.