ນັກລົງທຶນເອົາຄົນງານ ເຂົ້າລາວແບບຜິດກົດໝາຍ

ບໍຣິສັດ ຕ່າງຊາດ ຍັງນຳເອົາ ຄົນງານ ຈາກປະເທດ ຕົນເອງ ມາເຮັດວຽກ ໃນລາວ ໃນໂຄງການ ທີ່ຕົນໄດ້ຮັບ ສັມປະທານ ແບບບໍ່ມີຂໍ ອະນຸຍາດ ຈາກກະຊວງ ແຮງງານ ແຕ່ຢ່າງໃດ.
ສິດນີ
2012.02.10

ກົດຟັງສຽງ

ເຈົ້າຫນ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມ ສປປລາວ ທ່ານນື່ງ ເວົ້າວ່າ:

"ສ່ວນຫລາຍ ເຈົ້າຂອງ ໂຄງການ ຜູ້ທີ່ນຳໃຊ້ ໂຄງການ ຈະເອົາ ແຮງງານ ເຂົ້າມາກ່ອນ ບໍ່ໄດ້ເຮັດຕາມ ຂັ້ນຕອນ ສ່ວນຫລາຍ ກໍຄິດວ່າ ໃນປີ 2012 ນີ້ ກຳລັງປັບປຸງ ກົດຫມາຍ ແຮງງານ ທີ່ອາດຈະມີ ຂໍ້ບັງຄັບ ທີ່ມີ ຄວາມຮັດກຸມ ເພີ້ມຕື່ມ".

ທ່ານກ່າວ ຕໍ່ໄປວ່າ ການເອົາ ຄົນງານ ຕ່າງຊາດ ເຂົ້າມາລາວນັ້ນ ຈະຕ້ອງຜ່ານ ກະຊວງ ແຮງງານ ກ່ອນ ເພື່ອໃຫ້ມັນ ຖືກຕ້ອງ ສາເຫດທີ່ ກຸ່ມນັກລົງທືນ ໃນບາງ ໂຄງການ ບໍ່ປະຕິບັດ ຢ່າງຖືກຕ້ອງ ກໍເນື່ອງຈາກ ວ່າ ແຮງງານລາວ ຂາດຝີມື ໃນວຽກງານ ທີ່ຕ້ອງການ ຝີມືສູງ ໃນໂຄງການ ຂອງ ພວກຂະເຈົ້າ ເຊັ່ນຕົວຢ່າງ: ບໍຣິສັດ ກໍ່ສ້າງ ໄທ-ອິຕາລຽນ ກໍໄດ້ເອົາ ຄົນງານໄທ ເຂົ້າມາເຮັດວຽກ ຢ່າງຫລວງຫລາຍ.

ບໍຣິີສັດ ຈີນ ແລະວຽດນາມ ກໍເອົາ ແຮງງານ ຈາກປະເທດ ຂະເຈົ້າ ເຂົ້າມາ ການນຳ ຄົນງານ ຕ່່າງດ້າວ ເຂົ້າມາລາວ ໃນລັກສນະ ດັ່ງກ່າວ ຈະເຮັດໃຫ້ ຄົນລາວ ບໍ່ມີວຽກເຮັດ ຫລາຍຂື້ນ ແຕ່ເຖີງຢ່າງໃດ ກໍຕາມ ເທົ່າເຖິງ ປັດຈຸບັນ ຖ້າມີການ ກວດກາພົບວ່າ ມີການ ນຳເຂົ້າ ແຮງງານຕ່າງດ້າວ ໃນບໍຣິສັດ ໃດບໍຣິສັດນື່ງ ທາງກະຊວງ ກໍມີແຕ່ ບັນທືກໄວ້ ເທົ່ານັ້ນ ບໍ່ມີການ ຈັບກຸມ ແລະ ປັບໄຫມ ແຕ່ຢ່າງໃດ. ທາງການລາວ ຕ້ອງປັບປຸງ ຣະບຽບ ກົດຫມາຍ ແຮງງານ ໃຫ້ຮັດກຸມ ຫລາຍກວ່ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 11, 2012 09:28 PM

ແມ່ນແລ້ວບໍ່ວ່າຈະພົບເຫັນຢູ່ໃນເມືອງ ແລະ ຊົນນະບົດກະພົບເຫັນຄົນຕ່າງຊາດທີ່ເຂົາມາເຮັດວຽກໃນປະເທດລາວຂອງພວກເຮົາ, ເປັນຕົ້ນກະແມ່ນຄົນຫວຽດນາມເຮັດທຳທ່າມາເລາະຊື້ເຫຼັກເສດແຕ່ຄວາມຈິງແລ້ວມັນບໍ່ແມ່ນ ມັນຈະຊອກລັກເຄື່ອງໄປພ້ອມ.

Anonymous
Feb 12, 2012 05:23 AM

ທຸກສິ່ງທຸກຢ່າງ ສາມາດເກີດຂຶ້ນໄດ້ໝົດ ຖ້າມະນຸດສາມານຍັງເຫັນເງິນ ສຳຄັນກ່ວາສິ່ງອື່ນໆ..ແລະຜົນປະໂຍຊນ໌ ສ່ວນລວມຂອງປະເທດຊາຕ.