ຍາຕພີ່ນ້ອງກໍາລັງຊອກຫາ ທ.ສົມພອນ
2012.12.19

ທ່ານ ສົມບັດ ສົມພອນ ໄດ້ ຫາຍສາບສູນ ນັບແຕ່ວັນທີ່ 15 ເດືອນ ທັນວາ 2012 ເປັນຕົ້ນມາ ຊື່ງເວລານີ້ ທາງພີ່ນ້ອງ ຄອບຄົວ ກໍກຳລັງ ຊອກຫາໂຕຢູ່ ແລະ ໃນທຸກວິທີທາງ. ມີພີ່ນ້ອງຜູ້ນຶ່ງ ໄດ້ເວົ້າວ່າ:
"ພວກເຮົາ ຊອກຫັ່ນກະ ນຳໄປຕາມກ້ອງ ຫ່ັນແນ່ ແລ້ວກໍໄປບ່ອນ ເຮົາຄິດວ່າເພິ່ນ ຊິໄປຫັ່ນ ກະບໍ່ເຫັນ ເຮົາຮູ້ແລ້ວວ່າ ເພິ່ນຫັ່ນຖືກຄົນ ເອົາໄປ ຫັ່ນນ໋າ ສິ່ງທີ່ເຮົາ ເຮັດໄດ້ ກໍນຳກັບ ເຈົ້າໜ້າທີ່ ແລະ ນຳເອງ ເຮົາເຮັດ ອີກຢ່າງນຶ່ງ ເຮົາກໍປະກາດ ຫາຄົນເສັຍຈັ່ງຊິ້ນ໋າ ເຮັດຮູບ ເຮັດຫຍັງ ໄປຕິດ ແລ້ວກໍອອກຂ່າວ ໂທຣະທັດ ອອກຂ່າວ ໜັງສືພິມ ອັນນີ້ ເປັນສິ່ງທີ່ ພວກເຮັດນ໋າ."
ພີ່ນ້ອງຂອງ ທ່ານ ສົມບັດ ສົມພອນ ຜູ້ນີ້ ເວົ້າອີກວ່າ ເຈົ້າໜ້າທີ່ ຕຳຣວດ ເວົ້າກັບ ພີ່ນ້ອງ ຄອບຄົວວ່າ ເຈົ້າໜ້າທີ່ ຈະພະຍາຍາມ ຢ່າງເຕັມທີ່ ເພື່ອຕິດຕາມ ຊອກຫາ ທ່ານ ສົມບັດ ສົມພອນ.
ໃນຂະນະດຽວກັນ ພີ່ນ້ອງຄອບຄົວ ລູກຫລານ ກໍພາກັນ ວິເຄາະວິຈັຍ ຫາສາເຫດ ອັນແທ້ຈິງ ຂອງການ ຫາຍສາບສູນ ເທື່ອນີ້ ຢ່າງຖີ່ຖ້ວນ ແລະ ພໍສລຸບໄດ້ວ່າ ທ່ານສົມບັດ ສົມພອນ ບໍ່ເຄີຍມີ ຂໍ້ຂັດແຍ້ງ ທາງດ້ານສ່ວນຕົວ ແລະ ທຸຣະກິດ ກັບຜູ້ໃດ ໃນເວລາທີ່ ທ່ານຍັງເຮັດວຽກຢູ່ ທ່ານກໍມີແຕ່ ຝຶກອົບຮົມ ໃຫ້ຊາວໜຸ່ມ ໄວລຸ້ນ ລາວ ໃຫ້ເປັນຄົນດີ ຊື່ສັດສຸຈຣິດ ແລະ ເປັນທັມ ໃຫ້ປະກອບສ່ວນ ເຂົ້າໃນການ ສ້າງສາ ພັທນາ ບ້ານເມືອງ. ສ່ວນໜັງສືພິມ ພາສາອັງກິດ The Nation ຂອງ ໄທຣາຍງານວ່າ ນັກປົກປ້ອງ ສິດທິມະນຸດ ທີ່ຮູ້ກັບ ທ່ານ ສົມບັດ ສົມພອນ ດີເວົ້າວ່າ ທ່ານ ສົມບັດ ສົມພອນ ເຄີຍເວົ້າຄັດຄ້ານ ໂຄງການພັທນາ ຂອງ ຣັຖບານລາວ ບາງໂຄງການ ທີ່ທ່ານຄິດວ່າ ຈະສົ່ງຜົນ ກະທົບ ຢ່າງຮ້າຍແຮງ ຕໍ່ສິ່ງແວດລ້ອມ.
ຕໍ່ບັນຫາ ທີ່ຮ້າຍແຮງ ກວ່ານັ້ນ ເຊັ່ນບັນຫາ ການເມືອງ ຜູ້ເປັນ ພີ່ນ້ອງລູກຫລານ ເວົ້າວ່າ ເທົ່າທີ່ນາງຮູ້ ທ່ານ ສົມບັດ ບໍ່ເຄີຍເວົ້າ ຫລືເຄື່ອນໄຫວ ຕໍ່ຕ້ານ ພັກແລະຣັດ ແນວໃດ ຖ້າເວົ້າ ກໍອາດຈະເວົ້າ ຫລິ້ນໆຫົວໆ ໄປຊື່ໆ ຄືກັບຄົນລາວ ອື່ນໆ.