ທາງການຟ້າວສລຸບວ່າ ທ.ສົມພອນ ມີບັນຫາສ່ວນຕົວ

ພີ່ນ້ອງຄອບຄົວ ຂອງ ທ່ານ ສົມບັດ ສົມພອນ ຜູ້ທີ່ຖືກ ລັກພາ ຕົວໄປ ເປັນເວລາ 5-6 ມື້ ແລ້ວນັ້ນ ມີຄວາມວິຕົກ ກັງວົນ ຫຼາຍຂື້ນ ຢ້ານວ່າທ່ານ ຈະບໍ່ມີ ຄວາມປອດພັຍ.
ອະວາຣີ
2012.12.20
F-Sombat ທ່ານ ສົມບັດ ສົມພອນ ກ່າວ ອະພິປາຍ ກ່ຽວກັບ ຫົວເຣື້ອງ ທີ່ວ່າ "What lessons can we learn from the Asian Crisis in the late 90s?" ທີ່ມີຄວາມໝາຍ ຢ່າງເລິກຊື້ງ ຕໍ່ແນວຄິດ ແລະ ການພັທນາ ຂອງ ມວນມະນຸດ
Screen captured from PADETC video

ຈົນເຖິງມື້ນີ້ ວັນທີ່ 20 ເດືອນ ທັນວາ 2012 ທາງເຈົ້າໜ້າທີ່ ແລະ ພີ່ນ້ອງລູກຫລານ ກໍຍັງບໍ່ເຫັນ ຮ່ອງຮອຍ ຂອງ ທ່ານສົມບັດ ສົມພອນ ນັ້ນເທື່ອ.

ເພື່ອຕິດຕາມ ຂ່າວຄືບໜ້າ ພວກເຮົາໄດ້ ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດລາວ ແລະໄດ້ຮັບ ຄຳຕອບ ຈາກເຈົ້າໜ້າທີ່ ທ່ານນຶ່ງວ່າ ກ່ຽວກັບເຣື່ອງນີ້ ທາງການລາວ ບໍ່ມີຫຍັງ ຈະຊີ້ແຈງຕື່ມ ມີແຕ່ໃຫ້ເບິ່ງ ເອົາຕາມທີ່ ໜັງສືພິມລາວ ທີ່ໄດ້ອອກຂ່າວ ໄປແລ້ວນັ້ນ.

ໜັງສືພິມວຽງຈັນໃໝ່ ແລະ ຂ່າວສານ ປະເທດລາວ ຊຶ່ງເປັນແຫຼ່ງຂ່າວ ຂອງ ທາງການລາວ ອອກແຈ້ງການວ່າ ຈາກການເບິ່ງ ວິດີໂອ ກ້ອງວົງຈອນ ອາດຈະເປັນ ໄປໄດ້ວ່າ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ເພາະທ່ານ ມີຂໍ້ຂັດແຍ້ງ ທາງເຣື້ອງສ່ວນຕົວ ຫລື ທາງ ທຸຣະກິດ ກັບຜູ້ໃຜຜູ້ນຶ່ງ. ແຕ່ຫຼານຂອງ ທ່ານ ສົມພອນ ເວົ້າວ່າ:

"ແລ້ວກໍເວົ້າອີກວ່າ ອາດຈະຂັດ ຜົນປະໂຍດ ອັນໃດອັນນຶ່ງ ດ້ານ ທຸຣະກິດ ແຕ່ລຸງຂ້ອຍ ບໍ່ແມ່ນ ນັກທຸຣະກິດ ລາວບໍ່ແມ່ນ ນັກທຸຣະກິດ ມັນເປັນໄປບໍ່ໄດ້ ຮ້ອຍເປີເຊັນ ພັກເບັ້ຍບຳນານ ແລ້ວ ກໍໄປປູກ ຜັກບົ້ງຂາຍ ໃຫ້ພະນັກງານ ຊື້ກາເຟ ກິນຫັ່ນ."

ທ່ານ ສົມບັດ ສົມພອນ ເປັນຜູ້ກໍ່ຕັ້ງ ສູນອົບຮົມ ຮ່ວມພັທນາ ຊຶ່ງມີ ຈຸດປະສົງ ເພື່ອຝຶກອົບຮົມ ແລະ ໃຫ້ຄວາມແນະນຳ ແກ່ເຈົ້າໜ້າທີ່ ຣັຖບານ ແລະ ອົງການ ຈັດຕັ້ງສາກົນ ຕ່າງໆ ກ່ຽວກັບ ການພັທນາ ໃນລາວ. ປັດຈຸບັນ ທ່ານ ສົມບັດ ສົມພອນ ໄດ້ອອກ ກິນເບັ້ຍ ບຳນານ ແລ້ວ. ເມື່ອ 7 ປີກ່ອນ ທ່ານໄດ້ຮັບ ຣາງວັນ ແມັກໄຊໄຊ ໃນນາມ ເປັນຜູ້ຊ່ວຍ ໃຫ້ການສຶກສາ ອົບຮົມ ແລະ ການພັທນາ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.