ນັກວິຊາການສຶກສາ ຂໍ້ມູນຫົງສາລິກໄນ
2012.05.09
ກົດຟັງສຽງ
ກຸ່ມນັກວິຊາການ ໄທ ທີ່ຕິດຕາມ ສຶກສາ ຜົນກະທົບ ຕໍ່ສິ່ງແວດລ້ອມ ເວົ້າວ່າ ໂຄງການ ໂຮງງານ ໄຟຟ້າ ຫົງສາລິກໄນ ແຂວງ ໄຊຍະບູຣີ ບໍ່ພຽງແຕ່ ສົ່ງຜົນກະທົບ ຕໍ່ຊາວລາວ ເທົ່ານັ້ນ ແຕ່ຍັງຈະສົ່ງ ຜົນກະທົບ ໄປຍັງຊາວໄທ ອີກດ້ວຍ ທາງຄນະ ຈື່ງຕ້ອງການ ໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງໂຄງການ ເປີດເຜີຽຂໍ້ມູນ ກໍ່ສ້າງ ແລະການສືກສາ ຜົນກະທົບຕ່າງໆ ໃຫ້ຊາບຕື່ມ. ນັກວິຊາການ ເວົ້າວ່າ:
"ຜູ້ພັທນາໂຄງການ ບອກວ່າ ໂຄງການນີ້ ບໍ່ໜ້າຈະມີ ຜົນກະທົບ ຕໍ່ສິ່ງແວດລ້ອມ ຫຍັງໝົດ ຖ້າທຽບກັບ ໂຄງການແມ່ເໝາະ ໃນປະເທດໄທ ແຕ່ເຂົາຢາກ ຖາມວ່າ ຂໍ້ມູນ ຫລືວ່າ ເອກກະສານ ທີ່ກ່ຽວຂ້ອງກັບ ການປະເມີນ ຜົນກະທົບ ຕໍ່ສິ່ງແວດລ້ອມ ເຣື້ອງສັງຄົມ ເຣື້ອງສຸຂພາບ ເປັນຫຍັງ ບໍ່ເປີດເຜີຽ ເພາະອັນນີ້ ປະຊາຊົນ ຈະໄດ້ຕຽມໂຕ".
ນາງເວົ້າວ່າ ກຸ່ມນັກ ວິຊາການ ຄນະຂອງນາງ ໄດ້ເກັບກໍາ ຂໍ້ມູນ ຜົນກະທົບ ທັງໃນແຂວງນ່ານ ປະເທດໄທ ແລະ ເມືອງຫົງສາ ແຂວງ ໄຊຍະບູຣີ ຂອງລາວ ເພື່ອເຜີຽແຜ່ ຕໍ່ສາທາຣະນະ ຂໍ້ມູນທີ່ໄດ້ ຈາກແຂວງ ໄຊຍະບູຣີ ວ່າ ຊາວບ້ານ ບາງຈໍາພວກ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ກໍ່ສ້າງນີ້ ແລະບໍ່ທັນໄດ້ ໂຍກຍ້າຍບ້ານ ໄປນັ້ນ ຍັງບໍ່ຣູ້ວ່າ ເມື່ອໃດຈະຖືກ ໂຍກຍ້າຍ ແລະ ຈະໄດ້ຮັບຄ່າ ຊົດເຊີຍ ເທົ່າໃດ.
ລາຍງານ ຜ່ານມາວ່າ ມີຊາວບ້ານ 423 ຄອບຄົວ ລວມ 2,000 ຄົນ ຖືກໂຍກຍ້າຍ ແລະ ຈໍານວນນື່ງ ໄດ້ຮັບຄ່າ ຊົດເຊີຽ ແລະ ກໍໄດ້ຍ້າຍ ເຂົ້າໄປຢູ່ບ້ານ ຈັດສັນແລ້ວ ແຕ່ບໍ່ມີດິນ ສໍາລັບປູກຝັງ. ການສືກສາຜົນ ກະທົບ ຕໍ່ສິ່ງແວດລ້ອມ ຈາກໂຄງການນີ້ ໄດ້ເລີ້ມມາແຕ່ ຫລາຍປີແລ້ວ ແຕ່ບໍ່ຍອມ ເປີດເຜີຽໝົດ.
ຜົນກະທົບ ຕໍ່ສິ່ງແວດລ້ອມ ຈະເກີດຂື້ນຕໍ່ ປະຊາຊົນ ໃນລະຍະ ການກໍ່ສ້າງ ແລະ ເລີກໜ້າດິນ ເພື່ອຂຸດເອົາ ຖ່ານຫີນ. ມີການຕັນ ນໍ້າລວກ ຢູ່ທາງເໜືອ ແລະນໍ້າແກ່ນ ຢູ່ທາງໄຕ້ ເຮັດໃຫ້ ປະຊາຊົນ ບໍ່ສາມາດ ໃຊ້ນໍ້າໄດ້.
ໃນລະຍະ ຍາວນັ້ນ ແມ່ນຜົນກະທົບ ຕໍ່ສຸຂພາບ ຂອງປະຊາຊົນ ຈາກຄັວນ ຂອງໂຮງໄຟຟ້າ ແລະ ສານເຄມີ ໃນເວລາ ຕຽມການ ກໍ່ສ້າງນັ້ນ ບໍຣິສັດ ລົງທືນ ໂຄສະນາ ແຕ່ທາງດີ ໃຫ້ຊາວບ້ານຟັງ ແຕ່ຜົນກະທົບ ມີຫຍັງແທ້ໆນັ້ນ ບໍ່ບອກໃຫ້ ຊາວບ້ານ ຮູ້ຈັກນຳເລີຍ.