ຖແລງການຈາກຢູໂຣບ ໃນ ກໍຣະນີທ່ານສົມພອນ

ຜູ້ຕາງໜ້າ ສະຫະພາບ ຢູໂຣບ ອອກຖແລງການ ສະແດງເຖີງ ຄວາມເປັນຫ່ວງ ນໍາການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ອະດີດ ຫົວໜ້າ ອົງການ ພັທນາ ຊຸມຊົນ ໃນລາວ,
ສົມເນ
2012.12.24
F-ashton ມາດາມ Catherine Ashton ໂຄສົກ ຕາງໜ້າ ສະຫະພາບ ຢູໂຣບ ຣະດັບສູງ ຝ່າຍການ ຕ່າງປະເທດ ແລະ ນະໂຍບາຍ ຄວາມປອດພັຍ ແລະ ເປັນຮອງ ປະທານ ກັມມາທິການ ຢູໂຣບ.
UN

ໂຄສົກ ຕາງໜ້າ ສະຫະພາບ ຢູໂຣບ ຣະດັບສູງ ຝ່າຍການ ຕ່າງປະເທດ ແລະ ນະໂຍບາຍ ຄວາມປອດພັຍ ແລະ ຮອງປະທານ ກັມມາທິການ ຢູໂຣບ ມາດາມ Catherine Ashton  ໄດ້ອອກ ຖແລງການ ຈາກກຸງ Brussel ເມື່ອວັນທີ່ 21 ທັນວາ 2012 ເປັນຫ່ວງນໍາ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ອະດີດ ຫົວໜ້າອົງການ ສູນຝຶກອົບຮົມ ຮ່ວມ ພັທນາຊຸມຊົນ ໃນລາວ. ໂດຍມີຂໍ້ຄວາມ ດັ່ງຕໍ່ໄປນີ້:

"ຕາງໜ້າ ຣະດັບສູງ ຢູໂຣບ ຂໍສະແດງຄວາມ ເປັນຫ່ວງ ອັນເລິກເຊິ່ງ ຕໍ່ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ທີ່ນະຄອນຫລວງ ວຽງຈັນ ເມື່ອວັນທີ່ 15 ທັນວາ 2012. ທ່ານ ສົມບັດ ສົມພອນ ເປັນສະມາຊິກ ການຈັດຕັ້ງ ອົງກອນ ປະຊາສັງຄົມລາວ ຜູ້ທີ່ໄດ້ຮັບ ລາງວັນ ແມັກໄຊໄຊ ແລະ ເປັນຜູ້ ມີຄວາມສໍາເຣັດ ໃນການເປັນ ຄູ່ຮ່ວມຈັດຕັ້ງ ເວທີ ປະຊາຊົນ ຕໍ່ ປະຊາຊົນ ເອເຊັຽ-ຢູໂຣບ ທີ່ມີຂື້ນຢູ່ ນະຄອນຫລວງ ວຽງຈັນ ກ່ອນໜ້າ ກອງປະຊຸມ ສຸດຍອດ ຜູ້ນໍາ ເອເຊັຽ-ຢູໂຣບ ເມື່ອເດືອນ ຜ່ານມານີ້. ສະຫະພາບ ຢູໂຣບ ສນັບສນູນ ແລະ ຊຸກຍູ້ ທາງການລາວ ໃນຄວາມ ພະຍາຍາມ ສືບສວນ ກໍຣະນີ ດັ່ງກ່າວ ດ້ວຍ ຈຸດປະສົງ ທີ່ແນໃສ່ ຄໍາວ່າ ຮັບປະກັນ ການກັບຄືນມາ ຂອງ ທ່ານ ສົມບັດ ສົມພອນ ເພື່ອເຕົ້າໂຮມ ກັບຄອບຄົວ"

ນັບຕັ້ງແຕ່ ວັນທີ່ 15 ທັນວາ 2012 ມີຫລາຍ ອົງການ ນານາຊາຕ ໄດ້ອອກ ຖະແຫລງການ ສະແດງ ຄວາມເປັນຫ່ວງນໍາ ຄວາມປອດພັຍ ຂອງ ທ່ານ ສົມບັດ ສົມພອນ ເປັນຕົ້ນ 60  ກ່ວາອົງກອນ ໃນປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.