ສະພາບການເງິນເຟີ້ ໃນສປປລາວ

ຣັຖບານລາວ ເລັ່ງອອກ ມາຕການ ຄວບຄຸມ ສະພາບ ເງິນເຟີ້ ທີ່ນັບ ມື້ນັບ ສູງຂຶ້ນ.

0:00 / 0:00

ກົດຟັງສຽງ

ອີງຕາມ ໂຕເລກ ຫລ້າສຸດ ເມື່ອເດືອນ ເມສາ ຜ່ານມາ ອັດຕຣາ ເງິນເຟີ້ ໄດ້ສູງຂຶ້ນ ຮອດ 9.24 ສ່ວນຮ້ອຍ, ຂຶ້ນຈາກ 5.76 ສ່ວນຮ້ອຍ ເມື່ອເດືອນ ມົກກະຣາ 2011, ແຕ່ເມື່ອໄລ່ ສະເລັ່ຍຮວມ ໃນ 6 ເດືອນ ຜ່ານມາ ຈະຕົກຢູ່ ລະດັບ 6.79 ສ່ວນຮ້ອຍ. ເມື່ອທຽບໃສ່ ລະຍະ ດຽວກັນ ຂອງ ປີກາຍນີ້ ແມ່ນເພີ້ມ ຂຶ້ນ 3.2 ສ່ວນຮ້ອຍ ຊຶ່ງຖືວ່າ ເພີ້ມຂຶ້ນ ສູງຫລາຍ.

ກ່ຽວກັບ ບັນຫາ ອັດຕຣາ ເງິນເຟີ້ ທີ່ໄດ້ເພີ້ມ ສູງຂຶ້ນ ນີ້ ທາງຣັຖບານ ໄດ້ຊີ້ແຈງ ວ່າ ເນື່ອງມາຈາກ ຣາຄາ ນໍ້າມັນ ເຊື້ອເພີງ ໄດ້ເພີ້ມຂຶ້ນ ຕິດຕໍ່ ມາເລື້ອຍໆ. ເຫັນໄດ້ວ່າ ໃນມື້ວັນ ທີ 22 ເມສາ 2011 ຣາຄາ ນໍ້າມັນ ໄດ້ພຸ້ງຂຶ້ນ, ຢູ່ພາຍໃນ ນະຄອນຫລວງ ວຽງຈັນ. ຄືນໍ້າມັນ ແອັດຊັງ ທັມມະດາ ຣາຄາ 11 ພັນກີບຕໍ່ລິດ ແລະ ກາຊວນ 10 ພັນກີບຕໍ່ລິດ.

ນອກຈາກນີ້ ສິນຄ້າ ປະເພດຕ່າງໆ ຕາມທ້ອງຕລາດ ກໍມີ ຣາຄາ ເພີ້ມຂຶ້ນ ຕິດຕໍ່ ມາເລື້ອຍໆ. ຮວມທັງ ອາຫານ ການກິນ ທີ່ຂຶ້ນ ຣາຄາແລ້ວ, ສິນຄ້າ ອຸປກອນ ການກໍ່ສ້າງ, ຫົວອາຫານສັດ ແລະ ປຸຍ ວິທຍາສາດ ຣາຄາ ກໍຂຶ້ນສູງ ເຊັ່ນດຽວກັນ, ຊຶ່ງມີ ຜົນກະທົບ ຕໍ່ການຜລິດ.

ເພື່ອແກ້ໄຂ ບັນຫາ ອັດຕຣາ ເງິນເຟີ້ ນີ້ ຣັຖບານ ໄດ້ມອບໃຫ້ ກະຊວງ ການເງິນ ເປັນຜູ້ ຮັບຜິດຊອບ ປະສານງານ ກັບພາກສ່ວນ ກ່ຽວຂ້ອງ ພຍາຍາມ ເກັບລາຍຮັບ ຂອງຣັຖ ໃຫ້ໄດ້ ຕາມເປົ້າໝາຍ. ພ້ອມດຽວ ກັນນັ້ນ ກໍໃຫ້ ທະນາຄານ ແຫ່ງຊາດລາວ ຕິດຕາມ ຄວບຄຸມ ຢ່າງໃກ້ຊິດ ປະຣິມານ ເງິນ ໃນທ້ອງຕລາດ ໃຫ້ຢູ່ໃນ ຂອບເຂດ ເສຖກິດ ມະຫາພາກ, ໃຫ້ຮັກສາ ຄ່າເງິນກີບ, ໃຫ້ສົ່ງເສີມ ການນໍາໃຊ້ ເງິນກີບ ແລະ ຄວບຄຸມ ອັດຕຣາ ແລກປ່ຽນ ເງິນຕຣາ ຕ່າງປະເທດ. ສ່ວນກະຊວງ ອຸດສາຫະກັມ ແລະ ການຄ້າ ໃຫ້ຕິດຕາມ ກວດກາ ປະຣິມານ ແລະ ຣາຄາ ເຂົ້າສານ ໃນທ້ອງຕລາດ ເພື່ອຮັບ ປະກັນໃຫ້ ຢູ່ໃນ ສະພາບ ປົກກະຕິ.