ພໍ່ແມ່ຢາກເຫັນລູກ ຮຽນຈົບແລ້ວຄືນເມືອບ້ານ

ຊາວລາວ ທ້ອງຖີ່ນ ຕ້ອງກາຣໃຫ້ ລູກຫລານ ກັບຄືນ ໄປພັທນາ ບ້ານເກີດ ຫລັງຈາກຈົບ ກາຣສຶກສາ.
ຫວາດ ສີມູນ
2012.02.16

ກົດຟັງສຽງ

ສປປລາວ ຍັງມີບັນຫາ ທີ່ພວກ ຊາຍໜຸ່ມຍີງສາວ ຫລາຍໆຄົນ ບໍ່ຢາກກັບ ຄືນບ້ານເກີດ ຖິ່ນເດີມ ຂອງຕົນ ຫລັງຈາກທີ່ ຮຽນຈົບ ໃນເມືອງໃຫຍ່ ແຕ່ຜູ້ເປັນ ພໍ່ແມ່ ແລະ ຜູ້ເຖົ້າຜູ້ແກ່ ຫລາຍໆຄົນ ຊ້ຳພັດຢາກ ໃຫ້ລູກ ຫລານ ຂອງພວກຕົນ ໄດ້ນຳເອົາ ຄວາມຮູ້ທີ່ໄດ້ ຮຽນມານັ້ນ ໄປຊ່ວຍພັທນາ ບ້ານເກີດ ໃຫ້ໄດ້ຮັບປໂຍຊນ໌ ແທນທີ່ຈະຫາ ເຮັດກາຣຢູ່ແຕ່ ໃນເມືອງ. ດັ່ງຊາວລາວ ແຂວງ ຈຳປາສັກ ຜູ້ໜຶ່ງເວົ້າວ່າ:

"ນີ້ສຸດແລ້ວ ແຕ່ຄວາມຄິດ ຮຽນສູງ ຄວາມຄິດເຫັນ ເຂົາກໍເຮັດ ທາງດ້ານ ເຂົາຮຽນມາ ດີກວ່າ ເຂົາກໍເຮັດ ຂອງເຂົາ ໂດຽສ່ວນຕົວໃຜ ກໍຢາກໃຫ້ລູກ ໃຫ້ເຕົ້າ ມາພັທນາ ບ້ານເມືອງ ບ້ານເກີດ ໝົດແຫລະ".

ພ້ອມດຽວກັນນັ້ນ ທ່ານກໍວ່າ ພວກທີ່ຮຽນຈົບ ຊັ້ນສູງ ສ່ວນຫລາຍ ກໍມັກຈະມີ ວຽກເຮັດງານທຳ ແລະ ຄວາມສະດວກ ສະບາຍ ຫລາຍຢ່າງ ຢູ່ໃນເມືອງໃຫຍ່ ແລະ ຖ້າຫາກວ່າ ກັບບ້ານເກີດ ກໍອາຈບໍ່ ສາມາຖຫາວຽກ ກາຣງານ ທີ່ດີ ເທົ່າທີ່ຄວນໄດ້. ກໍມີຊາວລາວ ອີກຜູ້ໜຶ່ງ ຢູ່ທາງພາຄເໜືອ ທີ່ໃຫ້ ຄວາມເຫັນວ່າ:

"ມັນກໍມີຫລາຍ ໂອກາສ ຄັນຖ້າວ່າ ຜູ້ໃດ ຮຽນຈົບແລ້ວ ເຂົາມີຊ່ອງທາງ ວ່າງເຮັດ ຢູ່ບ່ອນໃດ ເຂົາກໍຈະເຮັດ ຢູ່ບ່ອນນັ້ນ ທຸກມື້ນີ້ ມັນຊອກ ວຽກຍາກ ເພາະວ່າຄົນ ມັນຫລາຍ ກວ່າວຽກ ມັນກໍດີ ສຳຫລັບ ເຂົາອີກ ແບບໜຶ່ງ ເພາະວ່າ ຄັນຖ້າວ່າເຈົ້າ ຮຽນຈົບແລ້ວ ເຈົ້າກັບໄປ ແຂວງເຈົ້າ ເພາະວ່າບາງຄົນ ກໍຢູ່່ ແຂວງນ້ອຍໆ ມັນຍັງບໍ່ໄດ້ ພັທນາ ພາດໂອກາສ ຕົວນີ້ ເຂົາມີໂອກາສ ເຂົາກໍຂ້ຽວເຮັດ".

ເຖີງຢ່າງໃດ ກໍຕາມ ຄວາມເຫັນ ດັ່ງກ່າວ ພຽງເປັນ ທັສນະ ສ່ວນຕົວ ຂອງພວກທີ່ ຮຽນຈົບ ຊຶ່ງສ່ວນຫລາຍ ກໍບໍ່ມີ ທາງເລືອກ ພຽງແຕ່ວ່າ ຂໍໃຫ້ມີ ວຽກເຮັດງານທຳ ເພື່ອມີຣາຍຮັບ ເພື່ອຊ່ວຍເຫລືອ ພໍ່ແມ່ ກໍເປັນ ກາຣດີແລ້ວ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 16, 2012 03:06 PM

ພໍ່ແມ່ທີ່ດີລ້ຽງລູກໃຫ້ໃຫ່ຍເປັນຫນ້າທີ່ ແຕ່ຢ່າຫວັງຜົລຕອບແທນຈິດໃຈຂອງລູກກໍ່ຕ້ອງມອບໃຫ້ລູກ ເປັນຜູ້ກຳກັບເອງ ດີຫລືບໍ່ເຂົາເລືອກເອງ ພໍ່ແມ່ມີພຽງຊີ້ແນວທາງເທົ່ານັ້ນ ກໍ່ເປັນການສົມຄວນດີແລ້ວ.