ບໍຣິສັດໄຟຟ້າລາວ ຈະຂາຍຮຸ້ນເພື່ອຫາທຶນ

ບໍຣິສັດ ຣັຖວິສະຫະກິດ ໄຟຟ້າ ລາວ ມີແຜນການ ຫາເງິນ ປະມານ 115 ລ້ານ ດອນລາ ສະຫະຣັຖ ໃນຕລາດຄ້າຮຸ້ນ ຄັ້ງທໍາອິດ ຂອງລາວ.

0:00 / 0:00

ກົດຟັງສຽງ

ບໍຣິສັດ ຣັຖວິສະຫະກິດ ໄຟຟ້າລາວ ມີແຜນການ ຈະຫາເງິນ ໃຫ້ໄດ້ 930 ພັນ 5 ຮ້ອຍລ້ານ ກີບ ຫລື ເທົ່າກັນກັບ 115 ລ້ານ 4 ແສນ ດອນລາ ສະຫະຣັຖ ໃນການຂາຍຮຸ້ນ ໃຫ້ສາທາຣະນະ ໃນລາວ ໃນຂນະທີ່ ລາວ ກຽມເປີດຕລາດ ຊື້-ຂາຍຮຸ້ນ. ອີງຕາມຣາຍງານ ຂອງ ບລູມເບີກ ທີ່ອອກທາງ ອິນເທີແນັດ ໃນມື້ວັນ ພຣະຫັດນີ້.

ບໍຣິສັດ ໄຟຟ້າລາວ ພວມສເນີຮຸ້ນ ປະມານ 86 ລ້ານ 9 ແສນຮຸ້ນ ໃຫ້ແກ່ ນັກລົງທຶນ ຕ່າງປະເທດ ແລະ 119 ລ້ານ 4 ແສນຮຸ້ນ ໃຫ້ແກ່ນັກ ລົງທຶນ ພາຍໃນປະເທດ ໃນຣາຄາ 4,300 ກີບ ຕໍ່ຮຸ້ນ. ນອກຈາກນັ້ນ ບໍຣິສັດ ໄຟຟ້າ ຍັງຈະ ຂາຍຮຸ້ນ ໃຫ້ແກ່ ເຈົ້າໜ້າທີ່ ພາຍໃນ ບໍຣິສັດເອງ ປະມານ 10 ລ້ານ 9 ແສນຮຸ້ນ ໃນຣາຄາ ຮຸ້ນລະ 4 ພັນກີບ.

ຮຸ້ນດັ່ງກ່າວ ຈະເຣີ້ມຂາຍ ໃນເດືອນ ມົກກະຣາ ປີ 2011 ໃນເວລາ ທີ່ເປີດ ຊື້-ຂາຍ ຢ່າງເປັນທາງການ ພາຍຫລັງ ທີ່ໄດ້ເປີດພິທີ ມາແຕ່ເດືອນ ຕຸລາ, ຊຶ່ງບໍຣິສັດ ຕລາດຫລັກຊັບ ລາວ ຖືຮຸ້ນສ່ວນ 51 ສ່ວນຮ້ອຍ ແລະ ບໍຣິສັດ ຂອງເກົາຫລີ ຖືຮຸ້ນສ່ວນ 49 ສ່ວນຮ້ອຍ.