ນັກທ່ອງທ່ຽວ-ຢາເສພຕິດ ຄວາມວູ້ນວາຍ-ເມືອງວັງວຽງ

ແຫລ່ງທ່ອງທ່ຽວ ເມືອງວັງວຽງ ໄດ້ຮັບ ຜົລກະທົບ ຈາກບັນຫາ ນັກທ່ອງທ່ຽວ ຕ່າງຊາຕ ມົ້ວສຸມ ນຳແຕ່ ຢາເສພຕິດ.
ຫວາດ ສີມູນ
2012.08.17
F-vangvieng ທັມມະຊາຕ ຄວາມສວຍງາມ ທີ່ເປັນໜ້າ ທ່ຽວຊົມຢ້ຽມຢາມ ຂອງເມືອງວັງວຽງ
citizen-journalist

ກາຣທີ່ມີນັກ ທ່ອງທ່ຽວ ໄປພັກເຊົາ ຢູ່ເມືອງວັງວຽງ ຢ່າງຫລວງຫລາຍ ແຕ່ລະປີ ໃນຣະຍະ ຜ່ານມາ ກໍເປັນກາຣນຳ ຣາຍໄດ້ ເຂົ້າທ້ອງຖີ່ນ ຫລາຍພໍສົມຄວນ ແຕ່ ໃນຂນະດຽວກັນ ກໍໄດ້ສ້າງຄວາມ ເສັຍຫາຍ ໃນອີກຫຼາຍດ້ານ ໂດຽສະເພາະ ທີ່ນັກທ່ອງທ່ຽວ ຕ່າງຊາຕ ບາງຈໍາພວກ ກັບໄປຊອກ ມົ້ວສຸມ ນໍາຟາເສພຕິດ ຈົນກໍ່ໃຫ້ເກີດ ຄວາມວຸ້ນວາຍ ແລະຂາດ ຄວາມສງົບ ຊື່ງເປັນກາຣທໍາລາຍ ພາບລັກສ໌ ຂອງ ເມືອງວັງວຽງ ໄປໃນຕົວ ຈົນເຮັດໃຫ້ ຈຳນວນ ນັກທ່ອງທ່ຽວ ບໍ່ມີຫລາຍ ເທົ່າທີ່ຄວນ. ເຈົ້າຂອງ ຮ້ານອາຫາຣຜູ້ໜຶ່ງ ໃນເຂດນັ້ນ ເວົ້າວ່າ:

“ສົ່ງຜົລກະທົບ ແນ່ນອນ ເພາະວ່າຮ້ານເຮົາ ກໍຕັ້ງມາໄດ້ 20-30 ປີ ແລ້ວ ກໍຢ້ານມັນ ເສັຍຫາຍ ກໍບໍ່ຢາກໃຫ້ ເປັນແບບນັ້ນ”.

ມີເຈົ້າຂອງ ຮ້ານອາຫາຣ ອີກຜູ້ໜຶ່ງ ໃຫ້ຄວາມເຫັນວ່າ: ຊື່ສຽງ ຂອງເມືອງວັງວຽງ ທີ່ຊາວຕ່າງປະເທສ ຮັບຮູ້ດີນັ້ນ ກໍແມ່ນເປັນ ສະຖານທີ່ ມົ້ວສຸມ ຢາເສພຕິດ ໄດ້ຢ່າງງ່າຍດາຍ ເພາະສາມາຕ ຊື້ໄດ້ ຕາມທ້ອງຖນົນ ຕາມຮ້ານອາຫາຣ ຕ່າງໆ ແລະ ບ່ອນເສພຢາ ກໍຫາໄດ້ຢ່າງ ສະບາຍ ໂດຽທີ່ບໍ່ມີ ເຈົ້າໜ້າທີ່ຕໍາຣວຈ ໄປປາບປາມ ຈັບກຸມຄຸມຂັງ ແຕ່ຢ່າງໃດ.

ດ້ານຄວາມບໍ່ສງົບ ໃນເມືອງວັງວຽງ ນັ້ນ ທາງເຈົ້າໜ້າທີ່ ກໍແກ້ໄຂ ໂດຍນໍາເອົາ ເຈົ້າຂອງ ຮ້ານອາຫາຣ ໄປສອບຖາມ. ດັ່ງຄົນທ້ອງຖີ່ນ ຜູ້ໜຶ່ງເວົ້າວ່າ:

“ເຈົ້າຂອງຮ້ານອີຫຍັງ ເຂົາກໍຮຽກ ໄປລົມຫລາຍ ໄປລົມແບບ ເຂົາຖາມວ່າ ຮ້ານໃດມັນມີ ມີແບບພວກຂາຍ ອີຫຍັງ ແລະເຂົາເຈົ້າ ແຂວງເຂົາກໍເອີ້ນ ເພີ່ນສົ່ງຈົດໝາຍມາ ໃຫ້ໄປ ລົມອີຫຍັງ ທີ່ໄດ້ຍິນເຂົາ ວ່າບາງຊ່ວງ 2-3 ອາທິຕ ຫລັງນີ້”.

ຊາວເມືອງວັງວຽງ ຜູ້ນັ້ນໃຫ້ທັສນະ ເພີ່ມວ່າ ກາຣທີ່ ຊາວຕ່າງຊາຕ ຮູ້ຈັກເມືອງວັງວຽງ ທີ່ຂື້ນຊື່ວ່າເປັນ ສະຖານທ່ອງທ່ຽວ ທີ່ສວຍງາມ ກໍຍີ່ງເປັນກາຣດີ ເພື່ອດືງດູດ ນັກທ່ອງທ່ຽວ ເຂົ້າມາລາວ ຫລາຍຂຶ້ນ ແລະ ກໍບໍ່ຢາກເຫັນວ່າ ເປັນສະຖານທີ່ ສໍາລັບມົ້ວສຸມ ຢາເສພຕິດ ເພາະເປັນກາຣສ້າງ ພາບພົສ ທີ່ບໍ່ຈົບງາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.