ຊາວດົງໂພສີຖືກຍ້າຍ ໄປຢູ່ບໍຣິຄໍາໄຊ
2012.08.24
ຊາວບ້ານ ທີ່ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງ ວຽງຈັນ ຈຳນວນ 200 ຄອບຄົວ ຜູ້ທີ່ຖືກໃຫ້ ໂຍກຍ້າຍ ອອກຈາກພື້ນທີ່ ເພື່ອສ້າງ ສນາມກ໊ອຟ ຂອງ ບໍຣິສັດລອງທັນ ວຽດນາມ ເມື່ອຕົ້ນປີ 2012.
ຂ່າວລ້າສຸດ ຣະບຸວ່າ ຊາວບ້ານ ກຸ່ມດ່ັງກ່າວ ຖືກໃຫ້ໄປ ຕັ້ງຖິ່ນຖານ ຢູ່ແຂວງ ບໍຣິຄຳໄຊ ບ່ອນດຽວກັບ ຊາວມົ້ງ ຜູ້ທີ່ຖືກພັກດັນ ມາຈາກ ປະເທດໄທ. ດັ່ງຊາວ ຫາດຊາຍຟອງ ຜູ້ນື່ງເວົ້າວ່າ:
"ຂະເຈົ້າກະ ວ່າໄປ ຢູ່ແຖວ ຫົວບໍ່ພຸ້ນນະ ຈາກນັ້ນ ອອກໄປໄກເຕີບ ປະມານ ອອກທາງຫລັກ 36 ໄປທາງປາກຊັນ ຂະເຈົ້າ ຢູ່ຮ່ວມ ກັບພວກອົພຍົບ ແມ້ວທີ່ມາຈາກ ເພັດສະບູນ ຫັ້ນນະ ຂະເຈົ້າຈັດສັນ ດີນ ບ່ອນນັ້ນ ດຽວກັນ".
ທ່ານເວົ້າຕໍ່ໄປວ່າ ຂໍ້ມູນດັ່ງກ່າວ ກໍຫາຮູ້ຈາກ ຊາວບ້ານດົງໂພສີ ຊື່ງທາງການລາວ ບໍ່ໄດ້ແຈ້ງ ໃຫ້ປະຊາຊົນ ຮູ້ກ່ຽວກັບ ເລື້ອງນີ້ເລີຍ. ເຖິງຢ່າງໃດ ກໍຕາມ ລາວຍັງບໍ່ຮູ້ວ່າ ຊາວບ້ານ ຜູ້ທີ່ຖືກໃຫ້ ໂຍກຍ້າຍໄປຢູ່ ແຂວງ ບໍຣິຄຳໄຊນັ້ນ ສະພາບຄວາມເປັນຢູ່ ພວກຂະເຈົ້າ ເປັນຢ່າງໃດ ແຕ່ຄິດວ່າ ຄົງຈະບໍ່ດີ ຄືຢູ່ບ່ອນເກົ່າ ຍ້ອນເປັນເຂດ ຫ່າງໄກສອກ ຫລີກ ແລະ ຂາດຄວາມຈະເຣີນ ບໍ່ຄືກັບ ບ້ານດົງໂພສີ ຊຶ່ງໃນເວລານີ້ ກາຍເປັນສນາມກ໊ອຟ ຂອງບໍຣິສັດ ວຽດນາມ. ກ່ຽວກັບເຣື່ອງນີ້ ເຈົ້າຫນ້າທີ່ ປົກຄອງແຂວງ ບໍຣິຄຳໄຊ ທ່ານນື່ງບອກວ່າ:
"ຈັດເປັນຫມູ່ບ້ານ ໃຫ້ເລີຍນະ ເພີ່ນຈັດ ໃຫ້ຢູ່ ຟາກເມືອງ ບໍຣິຄັນ ແຕ່ວ່າຢູ່ບ້ານມັນ ຈະຫ່າງໄກ ທາງມັນຈະເປັນ ທາງດີນແດງ".
ແຕ່ເຖິງຢ່າງໃດ ກໍຕາມ ເຈົ້າຫນ້າທີ່ ທ່ານນີ້ ຍັງບໍ່ໄດ້ໃຫ້ ລາຍລະອຽດວ່າ ມີຊາວບ້ານ ດົງໂພສີ ຈັກຄົນຍ້າຍມາຢູ່ນີ້ ແລະ ປະຕິເສດ ທີ່ຈະຕອບຄຳຖາມ ກ່ຽວກັບ ຊິວິດການເປັນຢູ່ ຂອງພວກຂະເຈົ້າ ທີ່ແຂວງ ບໍຣິຄຳໄຊ ມີແຕ່ບອກວ່າ ເປັນເຂດຫ່າງໄກ ຈາກຕົວເມືອງ ຫລາຍພໍສົມຄວນ. ບ້ານດົງໂພສີ ເປັນບ້ານເກົ່າແກ່ ແລະ ດີນດອນ ຕ່ອນຫຍ້າ ທີ່ຊາວບ້ານ ເຄີຍມີຢູ່ ກໍແມ່ນສືບທອດ ມາຈາກ ບັນພະບຸຣຸດ ປູ່ຍ່າຕາຍາຍ ຂອງ ພວກຂະເຈົ້າ.