ການໃຊ້ຄວາມຮຸນແຮງ ໃນຄອບຄົວລາວ

ໃນ ສປປລາວ ຍັງມີ ບັນຫາ ການໃຊ້ ຄວາມຮຸນແຮງ ພາຍໃນ ຄອບຄົວ ໂດຍສະເພາະ ຕໍ່ແມ່ຍິງ.
ມະນີຈັນ
2012.10.25
F-John-Hendra John Handra ຜູ້ຊ່ວຍ ເລຂາທິການໃຫຍ່ ຮອງຜູ້ອໍານວຍການ ຝ່າຍບໍຣິຫານ ເພື່ອນະໂຍບາຍ ແລະ ໂຄງການ ຂອງ ແມ່ຍິງ ສະຫະປະຊາຊາດ UN Women.
RFA

ໃນສປປ ລາວ ກ່ຽວກັບບັນຫາ ທ້າທາຍ ເຣື່ອງການ ໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແທ້ຈິງແລ້ວ ທາງ ອົງການແມ່ຍິງ ສະຫະປະຊາຊາດ ບໍ່ຮູ້ເທື່ອວ່າ ການໃຊ້ ຄວາມຮຸນແຮງ ນັ້ນຢູ່ໃນຂັ້ນໃດ ຫາກເວົ້າເຖິງເຣື່ອງ ການສໍາຣວດ ຈາກ ທາງວິຊາການ ຫລືມືອາຊີພ. ຕາມຄໍາເວົ້າ ຂອງທ່ານ John Handra ຜູ້ຊ່ວຍ ເລຂາທິການ ໃຫຍ່ ຮອງຜູ້ອໍານວຍ ການຝ່າຍ ບໍຣິຫານ ເພື່ອນະໂຍບາຍ ແລະໂຄງການ ຂອງແມ່ຍິງ ສະຫະປະຊາຊາດ UN Women:

"ທ່ານວ່າ ຫາກເວົ້າເຖິງ ການສຶກສາ ທີ່ກໍາລັງເຮັດຢູ່ນີ້ ກໍເຫັນວ່າການໃຊ້ ຄວາມຮຸນແຮງຕໍ່ ແມ່ຍິງໃນລາວ ກໍເປັນທີ່ຈະແຈ້ງວ່າ ຢູ່ໃນຣະດັບ ສູງສົມຄວນ ແລະ ກໍເປັນທີ່ ຈະແຈ້ງວ່າ ໃນສັງຄົມ ຫລາຍປະເທດ ນີ້ເປັນເຣື່ອງ ທີ່ມິດງຽບ ຜູ້ຍິງບໍ່ຢາກ ສະແດງອອກເຖິງ ຄວາມຮູ້ສຶກ ຂອງຕົນ ຫລືວ່າບໍ່ຮູ້ສຶກມີ ອິສຣະພາບ ສາມາດ ທີ່ຈະເວົ້າອອກ ກ່ຽວກັບການໃຊ້ ຄວາມຮຸນແຮງ ຕໍ່ຕົນ ແຕ່ຢ່າງໃດເລີຍ".

ທ່ານ ຈັອນ ຫານດຣາ ກ່າວຕໍ່ໄປວ່າ:

"ທ່ານຄິດວ່າ ການທີ່ຈະປ່ຽນແປງ ສະພາບນັ້ນໄດ້ ຈໍາເປັນຕ້ອງຮູ້ ກ່ຽວກັບ ສະພາບການ ນັ້ນເສັຽກ່ອນ ຊຶ່ງກໍຂຶ້ນຢູ່ກັບ ຊາວລາວ ແຕ່ທາງແມ່ຍິງ ສະຫະປະຊາຊາດ ເຫັນວ່າຄວນມີ ການເວົ້າເຖິງບັນຫາ ການໃຊ້ຄວາມຮູນແຮງ ຕໍ່ແມ່ຍິງ ໃນສັງຄົມລາວ ຢ່າງເປີດເຜີຍ ໂດຍເວົ້າແບບທີ່ວ່າ ໃຫ້ຄົນເຂົ້າໃຈງ່າຍ ເຖິງຕົ້ນເຫດ ຂອງບັນຫາ ແລະ ຊອກສ່ອງທາງ ແກ້ໄຂ ເພື່ອໃຫ້ ການລ່ວງຣະເມີດ ສິດທິມະນຸດ ດັ່ງກ່າວ ເປັນທີ່ຜິດກົດໝາຍ ເພາະການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ ສົ່ງຜົນກະທົບ ຕໍ່ຄອບຄົວ ຊຸມຊົນ ແລະສ້າງຄວາມເສັຽຫາຍຕໍ່ ເສຖກິດຂອງຊາດ ນໍາດ້ວຍ".

ໃນນັ້ນທ່ານໄດ້ ອ້າງອີງໃສ່ ການສຶກສາກ່ຽວກັບ ເຣື່ອງນີ້ ຢູ່ສະຫະຣັຖ ອະເມຣິກາ ທີ່ວ່າສູນເສັຽຫລາຍ ເຖິງ 6 ລ້ານ 5 ແສນໂດລາ ຕໍ່ປີ ຮວມທັງຣາຍຈ່າຍ ປົວສຸຂພາບ ສນັບສນູນ ທາງສັງຄົມ ແລະຣາຍຈ່າຍກ່ຽວຂ້ອງ ກັບຣະບົບກົດໝາຍ ນໍາດ້ວຍ.

ການເດີນທາງ ມາຍັງເຂດແມ່ນໍ້າຂອງ ຂອງທ່ານ John Hendra ໃນຄັ້ງນີ້ ກໍເພື່ອຢ້ຽມຢາມ ລາວ ໄທ ພະມ່າ ແລະ ເຂົ້າຮ່ວມກອງປະຊຸມ ຣັຖມົນຕຣີ ແມ່ຍິງອາຊຽນ ຄັ້ງທີນຶ່ງ ທີ່ນະຄອນຫລວງ ວຽງຈັນ ເມື່ອວັນທີ 19 ຕຸລາ 2012 ນີ້ ແລະ ທີ່ສໍານັກງານ ສະຫະປະຊາຊາດ ໃນບາງກອກ ເມື່ອວັນທີ 24 ຕຸລາ ຜ່ານມານີ້ ທ່ານ John Hendra ຍັງໄດ້ກ່າວສັລເສີນ ສປປລາວ ວ່າເປັນນຶ່ງໃນ 2 ປະເທດອາຊຽນ ທີ່ມີ ສະມາຊິກ ສະພາແຫ່ງຊາດ ເປັນຜູ້ຍິງເຖິງ 25 ເປີເຊັນ ຮວມທັງມີ ຜູ້ຍິງ ເປັນປະທານ ສະພາ ແຫ່ງຊາດລາວ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.