ຊາວບ້ານລັກຂຸດຄໍາ
2012.06.21

ໃນພື້ນທີ່ ທີ່ມີກາຣໃຫ້ ສັມປະທານ ແກ່ ບໍຣິສັທ ຂຸດຄົ້ນ ບໍ່ຄໍາ ແລະ ພື່ນທີ່ ສງວນຕ່າງໆ ຫລາຍແຫ່ງ ຈະມີ ຊາວລາວ ພາກັນໄປ ລັກລອບ ຂຸດແຮ່ ຕາມເຂຕ ພື້ນທີ່ນັ້ນໆ ໂດຽທີ່ບໍໍ່ ຢ້ານກົວຕໍ່ ອັນຕຣາຍໃດໆ ໃນເວລາທີ່ ຂຸດຫລືເຈາະ ໃຫ້ເປັນ ອຸໂມງ ປະຊາຊົນ ກໍບໍໍ່ມີ ອຸປກອນ ປ້ອງກັນໄພ ຫຼື ອັນຕຣາຍ ທີ່ອາຈເກີດ ຂື້ນໄດ້ຈາກ ດິນຖລົ່ມ. ເຈົ້າໜ້າທີ່ ຫ້ອງກາຣ ກົມບໍ່ແຮ່ ແຂວງ ໄຊຍະບູຣີ ເວົ້າວ່າ:
"ສ່ວນຫລາຍເປັນ ປະຊາຊົນ ເຂົາຂຸດເປັນ ຂຸມກາງ ຫັ້ນນ໋າ ຂຸດລົງ ໄປແລ້ວ ຄັນບໍ່ມີ ກັ້ນເຈື່ອນ ກັ້ນຫຍັງ ບໍ່ມີ ປະກັນພັຍ ເຂົາເຮັດລຸຍໄປ ພາຍຫລັງ ເຂົາເຈິແຮ່ ເຂົາເຈາະ ໄປເປັນ ອຸໂມງ ບາງເທື່ອ ຖືກດິນອ່ອນ ກໍຖລົ່ມ ລົງທັບ".
ກາຣທີ່ ປະຊາຊົນ ພາກັນ ໄປລັກລອບ ຂຸດແຮ່ ດ້ວຍຈົກ ດ້ວຍສຽມ ແລະຫລົ້ວ ເທື່ອລະນ້ອຍ ຈົນເປັນ ປ່ອງອຸໂມງ ໂດຽທີ່ບໍ່ມີ ເຄື່ອງປ້ອງກັນ ຫຍັງໝົດ ແລະ ໃນເມື່ອ ເຈົ້າໜ້າທີ່ ພົບເຫັນ ກໍຫ້າມປາມ ບໍ່ໃຫ້ຊາວບ້ານ ເຮັດຕໍ່ໄປ ເພາະຢ້ານ ຈະບໍ່ມີ ຄວາມປອດພັຍ ຈຶ່ງເກີດມີ ບັນຫາ ກາຣຂັດ ແຍ່ງກັນ ແລະ ປະຊາຊົນ ທີ່ໄປຂຸດແຮ່ ຕາມເຂຕ ບໍ່ຄໍາ ນັ້ນ ກໍບໍ່ມີ ຄວາມຮັບຜິດຊອບ ເຮັດໃຫ້ເກີດ ຄວາມເສັຍຫາຍ ໃນເຂຕພື້ນທີ່ ທີ່ມີກາຣ ສໍາຣວຈ. ທ່ານແຈ້ງ ເພີ່ມວ່າ:
"ແມ່ນ ສ່ວນຫລາຍ ເປັນບໍຣິສັທ ເຂົາເອົາຂໍ້ມູລ ແລະແມ່ນເຂົາ ເອົາມາເຈາະ ເປັນອຸໂມງ ແລ້ວເຂົາ ຈະມີຄວາມ ຮັບຜິດຊອບ ເຮັດແນວໃດ ຮັບປະກັນ ຄໍ້າປະກັນ ວ່າມັນມີ ຫາກ ເກີດ ອຸບັຕຕິເຫຕ ຫຍັງ ຂຶ້ນມານ໋ະ".
ເຈົ້າໜ້າທີ່ ແຈ້ງເພີ່ມວ່າ ກາຣທີ່ ປະຊາຊົນ ໄດ້ເຂົ້າໄປ ລັກຂຸດຄົ້ນ ຕາມເຂຕພື້ນທີ່ ສັມປະທານ ຫລືຕາມເຂຕ ຫວງຫ້າມນັ້ນ ເປັນສີ່ງທີ່ ຜິດກົດໝາຍ ແຕ່ກໍມີ ປະຊາຊົນ ພາກັນ ຣະເມີດ ຕລອດມາ ເພາະເຂົາເຈົ້າ ກໍຮູ້ດີວ່າ ບ່ອນໃດມີ ກາຣສຳຣວຈ ຫລາຍ ກໍຄິດວ່າເຂຕນັ້ນ ມີແຮ່ຄໍາ ຢູ່ຫລາຍ ເຊັ່ນກັນ.