ການພັທນາແລະບັນຫາ ໃນສັງຄົມທີ່ຕາມມາ

ຊາວລາວ ບາງກຸ່ມ ເຫັນວ່າ ຍິ່ງມີການ ພັທນາ ຫລາຍ ກໍ່ໃຫ້ເກີດ ບັນຫາ ຫຍໍ້ທໍ້ ໃນສັງຄົມ ລາວ ຫລາຍຂື້ນ.
ສົມເນ
2012.02.01
F-Center-Vientiane ການສັນຈອນ ໃນຖນົນ ສາມແສນໄທ ນະຄອນຫຼວງ ວຽງຈັນ. ການພັທນາ ບ້ານເມືອງ ເປັນສີ່ງທີ່ ຈໍາເປັນຕ້ອງເຮັດ ແຕ່ການພັທນາ ນັ້ນໆຈະຕ້ອງ ຍຶດເອົາ ການຄອງຊີພ ແລະການ ຢູ່ລອດ ຂອງ ປະຊາຊົນ ເປັນຫຼັກ. (ຮູປຖ່າຍປີ 2008)
RFA

ກົດຟັງສຽງ

ຄົນລາວສອງຄົນ ໄດ້ຕອບ ຄໍາຖາມ ຂອງນັກຂ່າວ ທີ່ຖາມວ່າ ຢາກເຫັນ ປະເທດລາວ ຈະເຣີນ ກ້າວໜ້າຫລືບໍ່? ຄົນນື່ງ ໃຫ້ຄໍາເຫັນວ່າ ບໍ່ຢາກໃຫ້ ປະເທດຈະເຣີນ ຫລາຍເກີນໄປ ເພາະວ່າ ຄັນປະເທດ ມີການ ພັທນາ ແລະ ຈະເຣີນຮຸ່ງເຮືອງ ທາງດ້ານ ວັດຖຸຫລາຍ ແຮງເກີດ ມີບັນຫາ ຫຍໍ້ທໍ້ ໃນສັງຄົມ ຫລາຍຂື້ນ ສ່ວນອີກ ຄົນນື່ງເວົ້າວ່າ ຕ້ອງການໃຫ້ ປະເທດລາວ ມີການພັທນາ ໃຫ້ຈະເຣີນ ກ້າວໜ້າ ເພື່ອໃຫ້ ທຽມທັນ ກັບປະເທດອື່ນ:

"ມັນຈະເຣີນຫລາຍ ບັດນີ້ ສັງຄົມມັນກ່າ ເປື່ອຽເຍື່ອຽຫລາຍ ແລະ ບັນຫາມັນ ກໍເກີດຫລາຍ ແລະ ການຊີງແຍ້ງກັນ ຂ້າກັນ ຕີກັນ ມັນກໍຫລາຍ ຢາບ້າ ຂີ້ລັກຂະໂມຍ ແນ່ນອນມັນ ກໍຕ້ອງມີ ຂ້ອຍຄິດແນວນີ້. ສໍາລັບ ຣັຖບານ ເພິ່ນເຮັດ ກ່າສໍາລັບ ທີ່ເພິ່ນເຮັດໄດ້ ເພາະວ່າຈຸຂ້ອຍ ມັນເປັນ ປະເທດ ດ້ອຍພັທນາເດ ບໍ່ຈະເຣີນເດ'.

ນາງເວົ້າວ່າ ປະເທດລາວ ເປັນປະເທດ ດ້ອຍພັທນາ ຕາປົກກະຕິ ປະຊາຊົນ ສ່ວນຫລາຍ ຫາເຊົ້າກິນຄໍ່າ ບັນຫາ ໃນສັງຄົມ ມີຫນ້ອຍ ຖ້າທຽບກັບ ປະເທດທີ່ ພັທນາ ຫລາຍແລ້ວ. ໃນຄວາມຄິດ ສ່ວນຕົວ ນາງວ່າ ຫາກລາວ ມີຄວາມຈະເຣີນ ຫລາຍກວ່ານີ້ ສັງຄົມ ຈະມີແຕ່ ຄວາມວຸ້ນວາຍ ໂຕຢ່າງຢູ່ ໃນເມືອງໃຫ່ຽ ຄົນສ່ວນຫລາຍ ຕ່າງກໍຫາ ຜົນປໂຍດ ເພື່ອຕົນເອງ ແລະ ບໍ່ຄ່ອຍສົນໃຈ ນໍາຄວາມ ທຸກຍາກ ຂອງຄົນອື່ນ.

ຊາວລາວ ອີກຄົນນື່ງ ໃຫ້ຄໍາເຫັນວ່າ ຢາກໃຫ້ ປະເທດຊາດ ຈະເຣີນຮຸ່ງເຮືອງ:

"ກໍຢາກໃຫ້ຈະເຣີນ ຢູ່ລາວນີ້ມັນ ດ້ອຍການພັທນາ ກໍຢາກໃຫ້ ຈະເຣີນທຽບເທົ້າ ກັບປະເທດອື່ນ ເມືອງອື່ນ".

ຄວາມຄິດເຫັນ ຂອງ ຊາວລາວ ທັງສອງຄົນ ແຕກຕ່າງກັນ ຢູ່ທີ່ວ່າ 1. ເມື່ອບ້ານເມືອງ ຈະເຣີນແລ້ວ ບັນຫາ ຄວາມວູ້ນວາຍ ໃນສັງຄົມ ມັກຈະຕາມມາ ຍ້ອນການ ຂັດແຍ່ງ ເຣື່ອງຜົນປໂຍດ ໂອ້ອວດກັນ ວ່າຮັ່ງມີ ກາຍເປັນ ສັງຄົມນິຍົມວັດຖຸ.

2. ພຽງແຕ່ຢາກໃຫ້ ປະເທດຊາດ ຮຸ່ງເຮືອງ ເທົ່າທຽມກັບ ກັບປະເທດອື່ນເຂົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 01, 2012 06:34 AM

ການພັດທະນາຄວາມຈະເລີນທາງດ້ານວັດຖຸ ເມື່ອເຖິງຈຸດ...ກໍ່ຈະສ້າງຜົນກະທົບຮອບດ້ານຫລວງຫລາຍ ທາງດ້ານມົນພາວະ ດ້ານວັດທະນະທັມ ພາຍໄນແລະນອກປະເທດ ໃຫ້ກັບສັງຄົມມະນຸດ ພ້ອມກັບຈະກາຍເປັນບັນຫາໄຫ່ຍຂອງໂລກ ຕໍ່ໄປ.