ຄົນເປັນໄຂ້ເລືອດອອກ ຂ.ຈໍາປາສັກ
2012.08.02
ໃນປັຈຈຸບັນ ຢູ່ ສປປລາວ ເຣີ່ມມີກາຣ ແພ່ຂຍາຍ ຂອງເຊື້ອໂຣຄ ໄຂ້ເລືອດອອກ ຊຶ່ງພົບເຫັນຢູ່ ແຂວງຈຳປາສັກ ທີ່ວ່າມີ ປະຊາຊົນ ມີອາກາຣເປັນ ໄຂ້ເລືອດອອກ ໄປຮັບກາຣ ປີ່ນປົວ ຢູ່ໂຮງໝໍ ບໍ່ຕໍ່າກວ່າ 10 ຄົນ ຕໍ່ໜຶ່ງສັປດາ ແລະ ຜູ້ປ່ວຍສ່ວນຫລາຍ ກໍບໍ່ມັກຈະໄປ ຮັບກາຣປິ່ນປົວ ຈົນກວ່າເກີດມີ ອາກາຣຊ໊ອຄ ຊຶ່ງ ເປັນສະພາບທີ່ມີ ຄວາມສ່ຽງສູງ ເຖີງຂັ້ນ ເສັຍຊີວີຕ ກໍເປັນໄດ້ ແລະ ໃນຣະຍະຜ່ານມາ ກໍມີຜູ້ເສັຍ ຊີວີຕ ຍ້ອນໂຣຄ ໄຂ້ເລືອດອອກ ນີ້ແລ້ວ 2 ຄົນ. ດັ່ງເຈົ້າໜ້າທີ່ ຫ້ອງກາຣ ໂຣຄຣະບາດ ປະຈຳແຂວງ ກ່າວວ່າ:
“ສັປດາໜຶ່ງ ຫັ້ນນ໋າ ມີໝົ້ງເຂົ້າ 10 ຄົນ 10 ເຄສ (cases) ສ່ວນຫລາຍ ເຂົາຈະບອກ ປິ່ນປົວ ຢູ່ຂັ້ນບ້ານ ກ່ອນຫັ້ນນ໋າ ເຂົາຈຶ່ງເຂົ້າມາ ແບບມື້ໜຶ່ງ ສອງມື້ ມີ 2 ເຄສ ເຂົາຊ໊ອຄມາ ແລ້ວ”.
ພ້ອມດຽວກັນນີ້ ຍານາງກໍວ່າ ໂຣຄໄຂ້ເລືອກອອກ ມັກຈະເກີດ ກັບປະຊາຊົນ ທີ່ອາສັຍຢູ່ແຕ່ ໃນເຮືອນ ຊຶ່ງກໍແຕກຕ່າງກັບ ໄຂ້ມາລາເຣັຽ ທີ່ມັກຈະເກີດ ກັບຜູ້ທີ່ອອກ ແຮງງານຫລື ເຮັດວຽກຢູ່ຕາມປ່າ ສະນັ້ນຊາວບ້ານ ທີ່ຢູ່ຕາມເຮືອນນັ້ນ ສ່ວນຫລາຍ ກໍຈະບໍ່ມີ ຄວາມຣະມັດຣະວັງ ພໍເທົ່າໃດ ເຮັດໃຫ້ຍຸງ ທີ່ເປັນ ພາຫະນະ ນຳເຊື້ອມາກັດ ແລະ ເຮັດໃຫ້ຄົນຕິດ ເຊື້ອໂຣຄ ໄດ້ງ່າຍ.
ນອກຈາກນັ້ນ ຍານາງກໍວ່າ ເຮືອນໃດ ທີ່ຢູ່ໃກ້ແຫລ່ງນໍ້າຂັງ ຫລື ມີນ້ຳຂັງ ຕາມພາຊນະ ຮອບບ້ານນັ້ນ ກໍມັກຈະມີຍຸງເກີດ ແລະ ເປັນພາຫະນະ ນໍາເຊື້ອໂຣຄ ໄດ້ງ່າຍ ຊຶ່ງເຣື່ອງນີ້ ທາງກາຣກ່ຽວຂ້ອງ ກໍໄດ້ໄປໃຫ້ຂໍ້ມູລ ແລະ ແນະນຳ ປະຊາຊົນ ໃຫ້ທຳລາຍແຫລ່ງ ເພາະພັນຂອງຍຸງ ນັ້ນເສັຍກ່ອນ ຊຶ່ງປັຈຈຸບັນນີ້ ກໍຍັງບໍ່ທັນມີ ໂຄງກາຣ ທີ່ຈະສີດຢາ ຫລືພົ່ນ ສາຣເຄມີ ເພື່ອກຳຈັດຍຸງ ໄດ້ແຕ່ຢ່າງໃດເທື່ອ:
“ມີແຕ່ວ່າ ໃຫ້ທຳລາຍແຫລ່ງ ເພາະພັນສ່ວນໃຫຍ່ ບໍ່ໃຫ້ມີນ້ຳຂັງ ສ່ວນໜຶ່ງ ເຂົາກໍ ປະຕິບັຕຕາມ ຖ້າວ່າຍ່ານວ່າ ເຂົາອອກນາ ເຂົາກໍຢູ່ນາເນາະ ສ່ວນນ້ອຍ ຈະຢູ່ບ້ານນ໋ະ”
ກ່ຽວກັບກາຣຣະບາດ ຂອງໂຣຄ ໄຂ້ເລືອດອອກ ດັ່ງກ່າວນີ້ ກໍມີຣາຍງານ ກາຣຣະບາດ ຢູ່ໃນປະເທສ ເພື່ອນບ້ານ ເຊັ່ນກັນ ຕົວຢ່າງຢູ່ ປະເທສໄທຽ ກໍມີຣາຍງານ ພົບເຫັນ ມີຜູ້ປ່ວຍ ທີ່ມີອາກາຣ ເປັນໄຂ້ເລືອດອອກ ຢູ່ແຂວງ ມະຫາສາຣະຄາມ ເກືອບຮອດ 400 ຄົນ ຊຶ່ງສ່ວນຫລາຍ ຈະແມ່ນເດັກນ້ອຍ ອາຍຸແຕ່ 10-14 ປີ ແລະ ກຸ່ມອາຍຸແຕ່ 5-9 ປີ ນອກຈາກນັ້ນ ກໍມີກຸ່ມອາຍຸ ແຕ່ 15-24 ປີ ກໍມີ ຄວາມສ່ຽງເຊັ່ນກັນ.