ເຈົ້າຂອງທ່ອງທ່ຽວຫລີ່ຜີ ກັບຊາວບ້ານຖືກກັນແລ້ວ

ບັນຫາ ຄວາມຂັດແຍ່ງ ຣະຫວ່າງ ຊາວບ້ານ ແລະ ເຈົ້າຂອງ ໂຄງການ ທ່ອງທ່ຽວ ນໍ້າຕົກຫລີ່ຜີ ຖືກແກ້ໄຂ ແລ້ວ.
ຈໍາປາທອງ
2012.10.25

ບັນຫາຄວາມ ຂັດແຍ່ງ ທີ່ເປັນອຸປສັກ ໃນໂຄງການພັທນາ ແຫລ່ງທ່ອງທ່ຽວ ນໍ້າຕົກຫລີ່ຜີ ຢູ່ເມືອງໂຂງ ແຂວງຈໍາປາສັກ ທີ່ເຄີຍມີຂ່າວວ່າ ຊາວບ້ານບໍ່ພໍໃຈ ໃນການກະທໍາ ຂອງ ບໍຣິສັດ ທີ່ສ້າງຄວາມ ຫຍຸ້ງຍາກ ໃຫ້ກັບ ປະຊາຊົນນັ້ນ ມາຮອດ ປັດຈຸບັນນີ້ ຖືວ່າ ບໍ່ມີບັນຫາແລ້ວ. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຫ້ອງການທ່ອງທ່ຽວ ຂ.ຈໍາປາສັກ. ນາງເວົ້າວ່າ:

"ຫາງສຽງ ປະຊາຊົນ ອຸປສັກກໍຄິດວ່າ ເບື້ອງຕົ້ນ ບໍ່ທັນເຂົ້າໃຈ ແຕ່ວ່າມາຮອດ ປັດຈຸບັນນີ້ ກໍຄືວ່າ ກໍເຂົ້າໃຈແລ້ວ ກໍເຮັດໄດ້ດີ ປະຊາຊົນ ກໍມີສ່ວນຮ່ວມ ຣະຫວ່າງ ພາກສ່ວນ ທຸຣະກິດ-ປະຊາຊົນ-ຣັດ ກໍຖືວ່າຄ່ອງຕົວ ກັນເດດຽວນີ້".

ການຂັດແຍ່ງກັນ ທີ່ວ່ານັ້ນ ເກີດຂຶ້ນຫລັງຈາກ ທາງບໍຣິສັດ ຍິ່ງໂຊກໄຊ ໄດ້ຮັບ ສໍາປະທານ ສ້າງແຫຼ່ງທ່ອງທ່ຽວ ແລະ ທາງບໍຣິສັດ ໃຫ້ຊາວບ້ານ ທ້ອງຖິ່ນ ທີ່ຜ່ານເຂດນັ້ນ ເພື່ອໄປຫາປາ ເປັນປະຈໍາທຸກວັນ ເສັຍເງິນ ຄ່າຜ່ານທາງ 5000 ກີບ ຄືກັນກັບ ນັກທ່ອງທ່ຽວ. ນາງເວົ້າຕື່ມວ່າ ການແກ້ໄຂ ບັນຫາ ທີ່ເກີດຂຶ້ນ ໃນເບື້ອງຕົ້ນ ບໍຣິສັດ ໄດ້ອອກປີ້ ພິເສດ ໃຫ້ຊາວບ້ານ ຜ່ານໄປມາໄດ້ ໂດຍບໍ່ຕ້ອງເສັຍຄ່າ ແຕ່ຕໍ່ໄປ ກໍຈະແກ້ໄຂ ຕາມຄວາມເປັນຈິງ.

ສໍາລັບເຣື່ອງ ເຂົ້າໄປຂາຍເຄື່ອງ ຂອງປະຊາຊົນ ທ້ອງຖິ່ນ ໃນເຂດໂຄງການ ທ່ອງທ່ຽວນັ້ນ ນາງກໍວ່າ ທາງບໍຣິສັດ ແລະ ປະຊາຊົນ ຍັງຢູ່ໃນ ຂັ້ນຕອນ ຕົກລົງກັນຢູ່ ຄືຊີ່ບໍ່ມີ ບັນຫາຫຍັງ ຫຍຸ້ງຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.