ກົດໝາຍລົງທຶນອອກໃໝ່ ຍັງບໍ່ໄດ້ຜົນ
2010.12.17
ກົດຟັງສຽງ
ນັບແຕ່ໄດ້ ປະກາດ ໃຊ້ກົດໝາຍ ວ່າດ້ວຍການ ລົງທຶນ ສະບັບໃໝ່ ໃນລາວ ການລົງທຶນ ມີຄວາມ ສະດວກກວ່າເກົ່າ. ຕາມຄໍາເວົ້າຂອງ ທ່ານ ອະນຸພາບ ຕຸນາລົມ ຮອງເຈົ້າຄອງ ນະຄອນຫລວງ ວຽງຈັນ ເມື່ອໄວໆ ມານີ້.
ແຕ່ປີ 2005 ຫາປີ 2010 ມີນັກລົງທຶນ ຈາກ 45 ປະເທດ ເຂົ້າມາລົງທຶນ ຢູ່ນະຄອນຫລວງ ວຽງຈັນ ຈໍານວນ 1052 ໂຄງການ ມີມູນຄ່າ 3 ພັນ 352 ລ້ານ ໂດລາ. ແຕ່ເຖິງແນວໃດ ການປະຕິບັດ ວຽກງານ ຂອງເຈົ້າໜ້າທີ່ ກ່ຽວຂ້ອງ ໃນຂັ້ນຕ່າງໆ ຍັງມີບັນຫາ ຊຶ່ງເຮັດໃຫ້ ການລົງທຶນ ປະສົບ ຄວາມຫຍູ້ງຍາກ. ຂັ້ນຕອນ ການຜ່ານ ເອກກະສານ ຖືກກໍານົດໄວ້ ໃນກົດໝາຍ ຢ່າງຈະແຈ້ງ ແຕ່ໃນພາກ ປະຕິບັດ ຍັງມີ ຄວາມຫຍູ້ງຍາກ.
ການອອກໃບ ອະນຸຍາດ ສ້າງຕັ້ງ ກິຈການ ຂອງຂແນງການ ທີ່ກ່ຽວຂ້ອງ ຍັງຊັກຊ້າ ຊຶ່ງນັກລົງທຶນ ວ່າເຮັດໃຫ້ສິ້ນ ເປືອງເວລາ ແລະ ຄ່າໃຊ້ຈ່າຍ ຫລາຍເກີນຄວນ. ການລົງກວດກາ ຂອບເຂດ ການລົງທຶນ ຂອງພາກສ່ວນ ທີ່ກ່ຽວຂ້ອງ ບໍ່ເປັນໄປຕາມ ກໍານົດ ກົດຣະບຽບ ທີ່ຕົນ ໄດ້ວາງອອກ ຢ່າງລະອຽດ ແຕ່ລະ ພາກສ່ວນ ຍັງເຮັດ ພໍໃຜພໍລາວ ຊໍ້າຊ້ອນກັນ ຫລາຍເທື່ອ. ໃນຫລາຍ ກໍຣະນີ ການກໍານົດ ແລະ ການຂຍາຍ ອຸດສາຫະກັມ ຍັງຊັກຊ້າ ຍ້ອນການແກ້ໄຂ ບັນຫາ ກັມມະສິດ ທີ່ດິນ ບໍ່ທັນໄດ້ ຊຶ່ງສ່ວນຫລາຍ ແມ່ນນັກລົງທຶນ ເປັນຜູ້ຊອກຫາ ສະຖານທີ່ ກໍ່ສ້າງ ກິຈການ ເອົາເອງ. ອີກບັນຫານຶ່ງ ທີ່ສໍາຄັນ ການແບ່ງຂັ້ນ ຄຸ້ມຄອງ ໃນການ ອະນຸມັດ ໂຄງການ ຣະຫວ່າງ ສູນກາງ ກັບ ນະຄອນຫລວງ ຍັງບໍ່ ສອດຄ່ອງກັນ ອັນເຮັດໃຫ້ ຂໍ້ຂັດແຍ່ງ ມີຂຶ້ນ ເປັນປະຈໍາ ໂດຍຕ່າງຝ່າຍ ມັກໂຍນຄວາມຜິດ ໃຫ້ກັນ ເມື່ອມີເຫດການ ບໍ່ດີເກີດຂຶ້ນ.