ສາຣອວຍພອນແດ່ ສປປລາວເນື່ອງໃນວັນຊາຕ

ຣັຖມົນຕຣີ ກາຣຕ່າງ ປະເທສ ສະຫະຣັຖ ສົ່ງສາຣ ອວຍພອນແດ່ ປະຊາຊົນ ລາວ ເນື່ອງ ໃນວັນຊາຕ.
ຫວາດ ສີມູນ
2010.12.01

ກົດຟັງສຽງ

ເນື່ອງໃນວັນຊາຕ ຄົບຮອບ 35 ປີ ຂອງກາຣ ສະຖາປະນາ ປະເທສ ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນ ລາວ ໃນມື້ວັນທີ່ 2 ທັນວາ ນີ້ນັ້ນ. Mme Hillary Rodham Clinton ຣັຖມົນຕຣີ ກາຣຕ່າງ ປະເທສ ສະຫະຣັຖ ກໍໄດ້ສົ່ງສາຣ ເປັນກາຣ ອວຍໄຊໃຫ້ພອນ ແດ່ປະຊາຊົນ ຊາວລາວ ຢ່າງເປັນທາງກາຣ ຕາງໜ້າ ປະທານາທິບໍດີ ທ່ານ ບາຣັກ ໂອບາມ໋າ ໃນມື້ວັນທີ່ 30 ພຶສຈິກາ ນີ້.

ໃນສາຣທີ່ ອອກເປັນ ແຖລງກາຣ ຄັ້ງນີ້ Mme Clinton ໄດ້ເນັ້ນວ່າ ປີ 2010 ນີ້ ເປັນປີ ຄົບຮອບ 55 ປີ ທີ່ທາງກາຣ ສະຫະຣັຖ ແລະລາວ ມີກາຣຜູກ ສັມພັນ ທະໄມຕຣີ ທາງກາຣທູຕ ແລະ ກໍເປັນກຽດ ທີ່ໄດ້ໃຫ້ ກາຣຕ້ອນຮັບ ທ່ານທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ກາຣຕ່າງ ປະເທສລາວ ທີ່ເປັນ ເຈົ້າໜ້າທີ່ ຣະດັບສູງ ຜູ້ທຳອິດ ຈາກ ສປປລາວ ແຕ່ປີ 1975. ທີ່ຢ້ຽມຢາມ ກຸງວໍຊິງຕັນ ໃນເດືອນ ກໍຣະກະດາ ທີ່ຜ່ານມາ ແລະວ່າ ລາວ ມີຄວາມ ກ້າວໜ້າທາງ ດ້ານກາຣເມືອງ ສັງຄົມ ແລະ ເສຖກິຈ ໃນຣະຍະ ທີ່ຜ່ານມານີ້ ແລະ ທັງສອງ ປະເທສ ກໍໄດ້ເພີ່ມທະວີ ດ້ານຄວາມຮ່ວມມື ທີ່ເຮັດໃຫ້ ສາຍກາຣພົວພັນ ຣະຫວ່າງ ສອງຝ່າຍມີ ຄວາມແໜ້ນແຟ້ນ ຕລອດມາ.

ຄວາມສັມພັນ ອັນດີດັ່ງກ່າວ ຈະເຫັນໄດ້ ຈາກກາຣລົງນາມ ໃນຂໍ້ສັນຍາ ຄັ້ງປະວັຕກາຣ ທີ່ເປີດນ່ານຟ້າ ເພື່ອຄວາມສະດວກ ໃນກາຣເດີນທາງ ຕລອດຮອດ ກາຣຮ່ວມມື ດ້ານກາຣ ທະຫາຣ ພ້ອມກັບກາຣ ຮ່ວມມື ປາບປາມ ກາຣຣະບາດ ຂອງເຊື້ອໂຣຄ ທີ່ທາງກາຣ ສະຫະຣັຖ ກໍພ້ອມທີ່ ຈະໃຫ້ຄວາມ ຮ່ວມມື ເພື່ອຜົລປໂຍຊນ໌ ຂອງທັງສອງ ຝ່າຍ.

ໃນຂນະດຽວກັນ Mme Clinton ກໍໄດ້ກ່າວຢໍ້າ ເປັນກາຣຢືນຢັນ ທີ່ຈະຮ່ວມມື ເພື່ອຫລຸດຜ່ອນ ບັນຫາ ຂອງຣະເບີດ ທີ່ບໍ່ທັນແຕກ ທີ່ຍັງເຫລືອ ຄ້າງມາແຕ່ ໃນສມັຍທີ່ມີ ກາຣຂັດແຍ່ງ ກັນໃນເມື່ອກ່ອນ ພ້ອມຍັງຈະ ໃຫ້ກາຣ ສົ່ງເສີມດ້ານ ກາຣສຶກສາ ແລະ ແກ້ໄຂບັນຫາ ດ້ານສະພາບ ແວດລ້ອມ ໃນພູມີພາຄ ເຂຕລຸ່ມ ແມ່ນ້ຳຂອງ ນຳດ້ວຍ ຕລອດຮອດ ກາຣສົ່ງເສີມ ກາຣພັທນາ ເສຖກິຈ ແບບຍືນຍົງ.

ພ້ອມດຽວກັນ Mme Clinton ກໍວ່າ ທາງກາຣ ສະຫະຣັຖ ພ້ອມທີ່ຈະໃຫ້ ກາຣສນັບສນູນ ຣັຖບາລລາວ ເພື່ອເຂົ້າຮ່ວມ ໃນອົງກາຣໆຄ້າໂລກ ຊຶ່ງກໍເປັນ ກາຣປະຕິບັຕ ຕາມຂໍ້ຕົກລົງ ກາຣຄ້າສອງຝ່າຍ ພ້ອມກັບ ມ້ວນທ້າຍ ດ້ວຍກາຣອວຍໄຊ ໃຫ້ພອນແດ່ ປະຊາຊົນ ລາວ ເນື່ອງໃນງານ ສລອງວັນຊາຕ ຈົ່ງມີແຕ່ຄວາມ ສຸຂສຳຣານ ສັນຕິສຸຂ ແລະ ວັທນາຖາວອນ ຕລອດກາລນານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.