ຊາວຄຣິສຕຽນວ່າທາງການ ຕ້ານສາສນາອື່ນ

ຊາວຄຣິສຕຽນ ເຊື່ອວ່າ ການເຜີຍແຜ່ ສາສນາ ຂັດຕໍ່ ນະໂຍບາຍ ການປົກຄອງ ຂອງລາວ
ໂພໄຊສວັດ
2012.07.09
f-church ໂບດຂອງຊາວ ຄຣິສຕຽນ ໃນພາກໃຕ້ ຂອງລາວ
hearld web

ຫລັງຈາກ ທີ່ໄດ້ມີ ການຈັບຂັງ ຜູ້ເຜີຍແຜ່ ສາສນາ ຄຣິສຕຽນ ຢູ່ແຂວງຫລວງນໍ້າທາ ໃນມື້ ວັນທີ 16 ມິຖຸນາ 2012 ນັ້ນເຮັດໃຫ້ ຊາວຄຣິສຕຽນ ຈໍານວນນຶ່ງ ເຊື່ອວ່າ ການເຜີຍແພ່ ສາສນາ ຊຶ່ງຮວມທັງ ການເຜີຍແພ່ ຄໍາສອນ ຂອງເຍຊູນັ້ນ ເປັນການກະທໍາ ທີ່ຂັດຕໍ່ ນະໂຍບາຍ ການປົກຄອງ ໃນລາວ ແຕ່ກໍຢາກ ໃຫ້ທາງຣັຖບານ ເຂົ້າໃຈວ່າ ການແພ່ຜາຍ ສາສນານັ້ນ ບໍ່ໄດ້ເປັນ ພິດພັຍ ຕໍ່ສັງຄົມ ດັ່ງຊາວຄຣິສຕຽນ ຜູ້ນຶ່ງ ຈາກນະຄອນ ຫລວງວຽງຈັນ ເວົ້າວ່າ:

"ໃນຄອນເສັບ ຂອງບ້ານເຮົາ ຖ້າສົມມຸດວ່າ ເຮົາເຊື່ອ ສາສນານຶ່ງ ກໍບໍ່ໄດ້ ໝາຍຄວາມວ່າ ຄວາມວ່າເຮົາຕ້ອງໄປ ເຜີຍແຜ່ ອີ່ຫຍັງຕ່າງໆ ບາງຄັ້ງ ຣັຖບານ ຫລືກຸ່ມຄົນ ອື່ນໆ ອາດບໍ່ ຄ່ອຍມັກ ຫລືອາດບໍ່ ຄ່ອຍເຫັນວ່າ ເໝາະສົມ ໃນການທີ່ ເຮົາຈະຕ້ອງໄປ ປ່າວປະກາດ ແລະ ກໍຊວນໃຫ້ ຄົນອື່ນ ມາເຊື່ອໃນ ສິ່ງທີ່ເຮົາເຊື່ອ ແບບນີ້"

ນາງເວົ້າ ຕໍ່ໄປວ່າ ໃນສ່ວນໂຕແລ້ວ ການເຜີຍແພ່ ສາສນານັ້ນ ບໍ່ໄດ້ເປັ ນການກະທໍາ ທີ່ບໍ່ຄວນເຮັດ ແຕ່ບາງຄົນ ອາດຈ ະບໍ່ເຂົ້າໃຈ ໃນການ ເຜີຍແພ່ສາສນາ ຈຶ່ງເຫັນວ່າ ເປັນການ ຊັກຊວນໃຫ້ ໄປເຊື່ອກຸ່ມຄົນ ຫລືລັດທິ ຊຶ່ງຈະ ເປັນການ ຂັດຕໍ່ ກົດໝາຍ ບ້ານເມືອງ ຫລືເປັນການ ເຮັດໃຫ້ ຊຸມຊົນໃນລາວ ແຕກແຍກ ບໍ່ສາມັກຄີກັນ.

ສ່ວນເຈົ້າໜ້າທີ່ ຈາກສູນກາງ ແນວລາວ ສ້າງຊາດ ກໍໄດ້ ອະທິບາຍ ກ່ຽວກັບ ບັນຫານີ້ວ່າ ທາງການລາວ ບໍ່ໄດ້ ຈໍາແນກ ບັງຄັບໃຫ້ຄົນ ຕ້ອງນັບຖື ສາສນາໃດ ສາສນານຶ່ງ ຫລືວ່າ ໃຫ້ນັບຖືແຕ່ ສາສນາພຸທ ເທົ່ານັ້ນ. ບັນຫາ ຂັດແຍ່ງ ເກີດຂຶ້ນ ກໍຍ້ອນ ຜູ້ທີ່ ເຜີຍແພ່ ສາສນາ ບໍ່ປະຕິບັດ ຕາມ ກົດລະບຽບທີ່ ທາງການ ກໍານົດໄວ້ ເທົ່ານັ້ນ. ທ່ານເວົ້າວ່າ:

"ມັນມີ ລະບຽບການ ທີ່ເຂົາ ກໍານົດໄວ້ ຖ້າເຮົາ ບໍ່ປະຕິບັດ ກໍຖືວ່າ ເຈົ້າຜິດລະບຽບ ບໍ່ແມ່ນວ່າ ຂະເຈົ້າ ບໍ່ຢາກໃຫ້ ເຜີຍແພ່ ສາສນາ ແມ່ນເຈົ້າ ບໍ່ເຮັດຕາມ ຂັ້ນຕອນ ຂອງກົດໝາຍ ຫລືວ່າ ລະບຽບການ ທີ່ຂະເຈົ້າ ກໍານົດໄວ້ ຜິດຕົວນັ້ນ ບໍ່ໝາຍຄວາມວ່າ ມັນຈະ ຜິດເຣື່ອງ ວ່າເພິ່ນບໍ່ ໃຫ້ເຜີຍແພ່ ສາສນາ  ແຕ່ວ່າ ເຈົ້າມາເຜີຍແພ່ ເຈົ້າຕ້ອງ ເຮັດຕາມ ຂັ້ນຕອນ ຂອງຂະເຈົ້າ"

ທ່ານເວົ້າ ສລຸບວ່າ ປະຊາຊົນລາວ ມີອິສຣະພາບ ໃນການ ນັບຖືສາສນາ ພາຍໃຕ້ ຣັຖທັມມະນູນ, ແຕ່ວ່າ ບັນຫາ ທີ່ເກີດຂຶ້ນ ເລື້ອຍໆນີ້ ຄົງຈະ ເປັນຍ້ອນ ການດໍາເນີນ ງານ ທີ່ຜິດພາດ ບໍ່ຖືກຕາມ ຂັ້ນຕອນ ຫລາຍກວ່າການ ຖືກຈໍາກັດ ສິດທິ ໃນການນັບຖື ສາສນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.