ຈີນລັກລອບໃຊ້ປຸຍ ທີ່ຜິດກົດຫມາຍ
2012.10.25
ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສີ່ງແວດລ້ອມ ທີ່ແຂວງ ຜົ້ງສາລີ ໄດ້ໃຫ້ຂໍ້່ມູນ ແກ່ວິທຍຸ ເອເຊັຽເສຣີ ໃນວັນທີ 25 ຕຸລາ 2012 ນີ້ວ່າ ປັດຈຸບັນ ຍັງມີຊາວ ຈີນ ທີ່ເຂົ້າມາ ສຳປະທານ ປູກຢາງພາລາ ໄດ້ພາກັນລັກລອບ ເອົາຢາຂ້າຫຍ້າ ທີ່ຜິດກົດໝາຍ ເຂົ້າມາໃຊ້ ໃນພື້ນທີ່ ປູກຢາງພາລາ ຂອງ ພວກຂະເຈົ້າຢູ່ ເຖິງແມ່ນວ່າ ຈະມີ ການຫ້າມປາມ ຈາກທາງການລາວ ກໍຕາມ. ນາງກ່າວ ໃນຕອນນື່ງວ່າ:
"ອັນນີ້ແທ້ ກໍຕ້ອງມີຢູ່ ຫັ້ນແຫລະ ຂະເຈົ້າ ລັກມາໃຊ້ເນາະ ໂດຍທີ່ວ່າທາງພາສີ ຂະເຈົ້າບໍ່ເຫັນ ຫລືວ່າທາງເມືອງ ຂະເຈົ້າບໍ່ເຫັນ ຜ່ານມານີ້ມີແຕ່ ລົງປູກສ້າງ ຈີດສຳນຶັກເນາະ ເວົ້າເຣື້ອງກ່ຽວກັບ ຜົລຮ້າຍ ຂອງຢາຂ້າຫຍ້າ ບໍ່ໃຫ້ຂະເຈົ້າໃຊ້ ເພາະວ່າອັນຕຣາຍ ແຕ່ຕໍ່ໄປແທ້ ເຂົາກໍລັກ ຢູ່ຫັ້ນແຫລະ".
ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ເບື້ອງຕົ້ນຫລັງຈາກ ທາງການຮູ້ວ່າ ຈີນ ໄດ້ລັກນຳເອົາ ຢາຂ້າຫຍ້າມາໃຊ້ ກໍໄດ້ລົງພື້ນທີ່ ໄປສອບຖາມ ໃນບ່ອນທີ່ມີຄົນຈີນ ອາສັຍຢູ່ ແຕ່ພວກ ຂະເຈົ້າ ປະຕິເສດ ວ່າບໍ່ໄດ້ນຳເຂົ້າມາ ຊື່ງໃນເວລານັ້ນ ທາງການກໍບໍ່ໄດ້ ທຳການກວດຄົ້ນ.
ຕໍ່ມາ ໃນຕົ້ນປີນີ້ ທາງການກໍໄດ້ ທຳການກວດກາ ຕາມພື້ນທີ່ ທີ່ມີການ ປູກຢາງພາລາ ສວນອ້ອຍ ແລະ ອຸດສາຫະກັມ ການກະເສດ ໃນແຂວງ ຢ່າງລະອຽດ ຈື່ງພົບວ່າ ບາງແຫ່ງ ໄດ້ໃຊ້ຢາຂ້າຫຍ້າ ຢ່າງແທ້ຈີງ.
ນາງກ່າວເພີ້ມ ອີກວ່າ ເຖີງແມ່ນວ່າ ການນຳເອົາຢາ ຂ້າຫຍ້າມາໃຊ້ນັ້ນ ຍັງບໍ່ສົ່ງຜົລ ກະທົບ ຕໍ່ປະຊາຊົນ ທ້ອງຖີ່ນ ເທື່ອກໍຕາມ ແຕ່ກໍຍັງມີ ຄວາມສ່ຽງຕໍ່ ປະຊາຊົນ ທີ່ອອກໄປຫາກີນ ຕາມທັມມະຊາດ ຕາມປ່າໄມ້ ແລະ ແມ່ນ້ຳລຳທານ ໂດຍສະເພາະ ໃນຊ່ວງທີ່ມີການ ເກັບເຫັດປ່າ ຫນໍ່ໄມ້ ແລະ ເຄື່ອງປ່າຂອງດົງ ປະເພດຕ່າງໆ ມາກີນ ມາຂາຍ ຈະເປັນໂອກາດ ທີ່ຈະເຮັດໃຫ້ ສີ່ງດັ່ງກ່າວ ເບື່ອເມົາ ຍ້ອນສານເຄມີ ທີ່ຕົກຄ້າງ ໃນແມ່ນ້ຳລຳທານ ປ່າໄມ້ ແລະ ພື້ນທີ່ປູກ ຢາງພາລາ ທີ່ຢູ່ໃກ້ກັບ ແຄມນ້ຳ ບ່ອນຫາກີນ ຂອງ ຊາວບ້ານໄດ້.
ໃນຕົ້ນປີ 2012 ຜແນກ ສາທາຣະນະສຸກ ປະຈຳແຂວງ ໄດ້ໃຫ້ຂໍ້ມູນວ່າ ເຄີຍມີປະຊາຊົນ ຈຳນວນນື່ງທີ່ ບໍຣິໂພຄຜັກ ທີ່ເກັບຈາກປ່າ ເກີດອາການ ທ້ອງເສັຽ ຂີ້ຮາກ ວິນຫົວ ແລະຍັງມີ ພນັກງານ ສວນຢາງພາລາ ຈຳນວນ 4-5 ຄົນ ເກີດເປັນຕຸ່ມເປື່ອຍ ຕາມຮ່າງກາຍ ທີ່ເຈົ້າຫນ້າທີ່ ເຊື່ອວ່າເກີດຈາກ ການໃຊ້ຢາ ຂ້າແມງໄມ້ ທີ່ຂາດການປ້ອງກັນ ໃນເວລາໃຊ້.