ຈີນຊ່ວຍຊົນເຜົ່າ ທີ່ຕິດຝິ່ນ
2012.04.04

ກົດຟັງສຽງ
ເຈົ້າໜ້າທີ່ ປາບປາມ ຢາເສພຕິດ ເມືອງລອງ ແຂວງ ຫລວງນໍ້າທາ ເປີດເຜີຍວ່າ ປັຈຈຸບັນ ມີອົງການ ຕໍ່ຕ້ານ ຢາເສພຕິດ ຈາກປະເທດຈີນ ເຂົ້າມາຊ່ວຍເຫລືອ ຊົນເຜົ່າລາວ ໃຫ້ລຸດຜ່ອນ ສູບຝິ່ນ ແລະ ເຊົາປູກຝີ່ນ ຊຶ່ງໃນເວລານີ້ ມີຊົນເຜົ່າ ຢ່າງຫຼວງຫຼາຍ ຍັງຕິດຝີ່ນ ແລະ ຍັງລັກ ປູກຝິ່ນຢູ່. ທ່ານກ່າວວ່າ:
"ດຽວນີ້ທາງເມືອງ ກໍໄດ້ ຮ່ວມມືກັນກັບ ອົງກການ ຂອງຮ່ວມມື ລາວຈີນ ເນາະ ຈະມາສົ່ງເສີມ ໃຫ້ຊາວບ້ານ ປູກພືດ ມີຄຸນຄ່າ ທົດແທນຝິ່ນ ເນາະ ປັຈຈຸບັນນີ້ ກໍຍັງເຫລືອ ຢູ່ 100-300 ສ່ວນຫລາຍ ນີ້ແມ່ນຊົນເຜົ່າ ອາຊ່າ ຊົນເຜົ່າລາຫູ ຊົນເຜົ່າ ໄທດອຍ ຕິດໃໝ່ ກໍມີເນາະ ຜູ້ທີ່ ບໍາບັດແລ້ວ ສູບຄືນ ກໍມີ".
ທ່ານກ່າວຕື່ມວ່າ ຫາກທຽບໃສ່ ໃນປີ 1990 ຊຶ່ງເປັນຊ່ວງ ທີ່ເຣີ່ມ ປາບປາມ ການສູບຝີ່ນນັ້ນ ເມືອງລອງ ມີຜູ້ປູກຝີ່ນ ໜ້ອຍລົງ ຄືຈາກທີ່ມີ 1000 ຄົນ ມາຍັງເຫລືອ 300 ຄົນ ໃນປີ 2011 ຊຶ່ງສ່ວນຫລາຍ ເປັນ ຊົນເຜົ່າ. ປັດຈຸບັນ ຢູ່ເມືອງລອງ ມີການປູກຝິ່ນ ໃນເນື້ອທີ່ ປະມານ 21 ເຮັກຕາ ເຈົ້າໜ້າທີ່ ຮັບຜິດຊອບ ບັນຫາ ຢາເສພຕິດ ເມືອງລອງ ເວົ້າວ່າ ບັນຫາ ຫຍຸ້ງຍາກ ທີ່ທາງການ ບໍ່ສາມາດ ແກ້ໄຂ ໃຫ້ການຊ່ວຍເຫຼືອ ໄດ້ ຄືການເຂົ້າໄປ ເຖິງຊົນເຜົ່າ ທີ່ຢູ່ເຂດ ພູດອຍ ຫ່າງໄກ ແລະ ພາສາປາກເວົ້າ ຊື່ງຊົນເຜົ່າ ສ່ວນໃຫຍ່ ເວົ້າພາສາລາວ ບໍ່ໄດ້. ການປູກຝິ່ນ ຢູ່ເມືອງລອງ ຍັງມີຢູ່ ຍ້ອນວ່າ ຊາວບ້ານ ຍັງລັກຂົນຝິ່ນ ຂ້າມຊາຍແດນ ໄປຂາຍທີ່ ປະເທດຈີນ ແລະ ພະມ້າ ໄດ້ຢູ່ຢ່າງ ສະບາຍ.