ການບໍຣິໂພຄເກືອ ຂອງຊາວຈີນ
ຊາວຈີນ ກິນເກືອ ຫລາຍເກີນ ກໍາໜົດ ທີ່ ອົງການ ອະນາໄມ ໂລກ ແນະນໍາໄວ້.
-
ໂພໄຊສວັດ
2012-06-12 -
-
-
Your browser doesn’t support HTML5 audio
ບໍຣິສັດ ອຸດສາຫະກັມ ເກືອ ແຫ່ງຊາດ ຂອງຈີນ ຊຶ່ງເປັນ ຜູ້ຜລິດເກືອ ທີ່ໃຫຍ່ທີ່ສຸດ ຂອງປະເທດ ໄດ້ເລີ້ມໂຄງການ ຫລຸດຜ່ອນ ການບໍຣິໂພຄ ເກືອ ຍ້ອນວ່າ ຊາວຈີນໃນ ທົ່ວ ປະເທດ ພາກັນກິນ ເກືອ 3 ເທົ່າ ຫລາຍກວ່າ ກໍານົດ ທີ່ອົງການ ອະນາໄມໂລກ ໄດ້ແນະນໍາໄວ້.
ປະທານ ຜູ້ຈັດການ ບໍຣິສັດ ອຸດສາຫະກັມ ເກືອ ແຫ່ງຊາດ ຂອງຈີນ ທ່ານ Mao Qingguo ກ່າວວ່າ ທາງ ບໍຣິສັດ ຈະເລີ້ມແຜນ ປະຕິບັດການ ເພື່ອພັທນາ ການຜລິດເກືອ ທີ່ມີ ສ່ວນປະສົມ sodium ຕໍ່າ ແລະ ຈັດຕັ້ງມາຕຖານ ການສັບປ່ຽນ ເກືອ ເພື່ອສົ່ງເສີມ ໃຫ້ກິນເກືອ ໜ້ອຍລົງ ຊື່ງເປັນຜົນດີ ຕໍ່ສຸຂພາບ.
ອີງຕາມ ສະຖິຕິຂອງ ບໍຣິສັດ ອຸດສາຫະກັມ ເກືອແຫ່ງຊາດ ຂອງຈີນ ພົລເມືອງຈີນ ບໍຣິໂພຄ ເກືອແທ້ 5 ລ້ານ 5 ແສນຕັນ ຕໍ່ປີ ແລະ ການຜລິດເກືອ ກໍເກືອບ ຈະຮອດ 9 ລ້ານຕັນຕໍ່ປີ ຮວມທັງເກືອ ທີ່ມີ sodium ຕໍ່າ 50 ພັນຕັນ.
ຖ້າຈະເບິ່ງ ໃນອີກແງ່ນຶ່ງ ຄົນຈີນ ຜູ້ນຶ່ງກິນເກືອ ໂດຍສະເລັ່ຍ 15 ກຣັມ ຕໍ່ມື້ ທຽບໃສ່ ພຽງແຕ່ 5 ກຣັມ ຕໍ່ມື້ ທີ່ທາງອົງການ ອະນາໄມໂລກ ໄດ້ແນະນໍາໄວ້. ການກິນເກືອ ຫລາຍເກີນຄວນ ເຊື່ອວ່າ ຈະເຮັດໃຫ້ ມີບັນຫາ ທີ່ພົວພັນ ກັບໂຣຄຫົວໃຈ ຄວາມດັນ ໂລຫິດສູງ ແລະ ໂຣຄຊໍາເຮື້ອ ອື່ນໆ ທີ່ນໍາພາໄປສູ່ ການເສັຍຊີວິດ 85 ສ່ວນຮ້ອຍ ຂອງຄົນຈີນ ໃນແຕ່ລະປີ ອີງຕາມ ທ່ານ Zeng Yixin ປະທານ ມະຫາວິທຍາໄລ ການແພດ ກຸງປັກກິ່ງ.