ຫລັງຈາກທີ່ໄດ້ ມີການ ຈັດປະຊຸມ ແລະ ເດີນຂະບວນ ຊັກຊວນ ໃຫ້ມີການຕໍ່ຕ້ານ ເຂື່ອນ ທີ່ແຂວງອຸບົນ ຣາຊທານີ ໃນທ້າຍເດືອນ ກັນຍາ ຂອງເຄືອຂ່າຍ ປະຊາຊົນ ແມ່ນ້ຳຂອງ ຈາກ 7 ແຂວງຂອງໄທ ໄດ້ເປີດເຜີຍ ຜົລວິິຈັຍວ່າ ເຂື່ອນແມ່ນ້ຳຂອງ ໃນຈີນ ແລະ ໂຄງການ ເຂື່ອນໄຊຍະບູຣີ ໃນລາວ ຈະສົ່ງຜົລກະທົບ ຕໍ່ຊີິວີດ ແລະ ສະພາບແວດລ້ອມ ຂອງ ແມ່ນ້ຳຂອງ ຢ່າງກວ້າງຂວາງ. ດັ່ງຍານາງ ອ້ອມບູນ ທິພສຸມາ ຕົວແທນ ເຄືອຂ່າຍ ປະຊາຊົນ 7 ແຂວງລຸ່ມ ແມ່ນ້ຳຂອງ ກ່າວວ່າ:
"ຫລັງຈາກສເນີງານ ຜົລວິຈັຍ ທີີ່ ອຸບົນ ພວກເຮົາກໍໄດ້ ເຮັດຫນັງສື ເຖີງ ສສ ແລ້ວ ກໍເຖີງເຈົ້າແຂວງ ທຸກແຂວງ ຈະສົ່ງງານວິຈັຍ ຢືນຢັນ ການສຶກສາ ຜົລກະທົບ ໄປຫາ ສສ ແລະເຈົ້າແຂວງ ທັງ 6-7 ແຂວງ ອີກຄັ້ງນື່ງ ເພື່ອຂໍເປີດເວທີ ໃນຣະດັບ ພາຄພື້ນ".
ຍານາງກ່າວ ຕໍ່ໄປວ່າ ເຄືອຂ່າຍ ຂອງຍານາງໄດ້ ເຮັດວິຈັຍ ແລະ ໄດ້ພົບເຫັນ ຄວາມເສັຽຫາຍ ຈາກການປ່ຽນແປງ ຂອງນ້ຳ ໃນແມ່ນ້ຳຂອງ ຍ້ອນເຂື່ອນຂອງຈີນ ຈື່ງຢາກຢືນຢັນ ຜົລວິຈັຍນັ້ນ ໄປຫາ ຜູ້ປົກຄອງ ທ້ອງຖີ່ນ ໃນແຕ່ລະແຂວງ ເພື່ອຈັດກອງປະຊຸມ ສເນີ ຜົລງານວິຈັຍ ຕໍ່ຊາວບ້ານ.
ຜົລການວິຈັຍ ມີເນຶ້ອຫາ ສຳຄັນ ຫລາຍຢ່າງ ທີ່ຄວນຈະຮັບຮູ້ ເຊັ່ນວ່າ: ເຂື່ອນນ້ຳຂອງ ໃນຈີນ ໄດ້ສົ່ງຜົລກະທົບ ຕໍ່ການປະມົງ ທີ່ແຂວງ ມຸກດາຫານ ຊື່ງ ການຫາປາ ໃນປີ 2012 ຂອງພວກຂະເຈົ້າ ໄດ້ຫລຸດລົງຈາກ ປົກກະຕິ ທີ່ຈັບໄດ້ ມື້ລະ 100-200 ກິໂລກຣາມ ມາເປັນ ມື້ລະ 60-70 ກິໂລກຣາມ ເທົ່ານັ້ນ ແລະຣະດັບ ນ້ຳຂອງ ຂ໋ື້ນລົງຜິດ ປົກກະຕິ ສ້າງຄວາມເສັຽຫາຍ ໃຫ້ແກ່ຊາວ ກະສີກັມ ຕາມແຄມຝັ່ງຂອງ ຫລາຍຂື້ນ ເກີດສະພາບ ຕະຫລີ່ງເຈື່ອນ ຍ້ອນການປ່ຽນແປງ ທິດທາງໄຫລ ຂອງນ້ຳ ແລະບັນຫາ ອື່ນໆ.
ສຳລັບບັນຫາ ເຂື່ອນ ໄຊຍະບູຣີ ທີ່ ສປປລາວ ຈະສ້າງນັ້ນ ກໍຈະສົ່ງຜົລ ກະທົບ ຕໍ່ແມ່ນ້ຳຂອງ ຫລາຍເຊັ່ນກັນ ແຕ່ທາງ ບໍຣິສັດ ຜູ້ລົງທືນ ກໍ່ສ້າງເຂື່ອນ ແລະ ຣັຖບານລາວ ກໍຍັງໃຫ້ການ ຢືນຢັນວ່າ ເຂື່ອນ ໄຊຍະບູຣີ ຈະບໍ່ສົ່ງຜົລ ກະທົບ ຕໍ່ສີ່ງແວດລ້ອມ ແລະ ຂ້າມພົມແດນ ເພາະເປັນເຂື່ອນ ນ້ຳລີນ.