ເດັກນ້ອຍກາຍເປັນກຸ່ມ ທີ່ໂລກລືມ

ເດັກນ້ອຍ ທົ່ວໂລກ ໃນເມືອງໃຫຍ່ ທີ່ກໍາລັງ ຂຍາຍໂຕ ຖືກປະປ່ອຍ ຂາດການດູແລ ເບິ່ງແຍງ.
ໂພໄຊສວັດ
2012.02.28

ກົດຟັງສຽງ

ລາຍງານ ຂອງ ອົງການ ສະຫະປະຊາຊາດ ເປີດເຜີຍ ໃນວັນອັງຄານ ວັນທີ 28 ກຸມພາ 2012 ນີ້ວ່າ ເດັກນ້ອຍ ກວ່າພັນລ້ານຄົນ ໃນເມືອງໃຫຍ່ ທີ່ໜາແໜ້ນ ແອອັດ ໃນທົ່ວໂລກ ສ່ວນໃຫຍ່ ຈະຢູ່ໃນ ສະພາບ ທີ່ ທຸກຍາກ ຂາດເຂີນ ທີ່ສຸດ ເຊັ່ນ ຂາດນໍ້າໃຊ້ ຂາດໄຟຟ້າ ແລະ ການສຶກສາ.

ອົງການ ກອງທຶນ ເດັກນ້ອຍ ສະຫະປະຊາຊາດ ຫລື UNICEF ກ່າວວ່າ ການຂຍາຍ ເຕີບໂຕ ຂອງເມືອງໃຫຍ່ ໄດ້ປະປ່ອຍ ເດັກນ້ອຍ ຫລາຍຮ້ອຍພັນຄົນ ໃນ ມະຫານະຄອນ ແລະ ໃນໂຕເມືອງ ໃຫ້ປາສຈາກ ສີ່ງທີ່ຈໍາເປັນ ໃນຊີວິດ. ໃນອີກ ບໍ່ເທົ່າໃດປີ ທາງໜ້ານີ້ ເດັກນ້ອຍ ສ່ວນຫລາຍ ຈະເຕີບໃຫຍ່ ຢູ່ໃນເມືອງ ແທນທີ່ຈະ ຢູ່ຕາມເຂດ ຊົນນະບົດ. ປັດຈຸບັນ ເດັກນ້ອຍ ທີ່ເກີດມີຢູ່ ປະມານ 60 ສ່ວນຮ້ອຍ ຂອງຈໍານວນ ຊຸມຊົນ ທີ່ເພີ້ມຂຶ້ນ ໃນເມືອງໃຫຍ່ ທັງໝົດ. ໃນ ມະຫານະຄອນ ແລະ ໂຕເມືອງໃຫຍ່ ຂຍາຍໂຕ ໄວກວ່າທີ່ ຣັຖບານ ຈະຄວບຄຸມໄດ້ ແລະ ຮອດປັດຈຸບັນ 1 ໃນ 3 ຄົນ ໃນໂຕເມືອງໃຫຍ່ ຈະອາສັຍ ຢູ່ເຂດ ຊຸມຊົນ ແອອັດ ຫລືທີ່ເອີ້ນວ່າ slum. (ອີງຕາມລາຍງານ ກ່ຽວກັບ ສະພາບ ຂອງເດັກນ້ອຍ ປີ 2012.)

ລາຍງານ ກ່າວອີກວ່າ ໂຄງຮ່າງ ພື້ນຖານ ແລະ ການບໍຣິການ ຕ່າງໆ ບໍ່ສາມາດ ຂຍາຍໂຕໄວ ເທົ່າກັບ ການເຕີບໃຫຍ່ ຂອງເຂດ ຊຸມຊົນ ທີ່ແອອັດ ໄດ້ ແລະຄອບຄົວ ທີ່ທຸກຍາກ ຕ້ອງໄດ້ຈ່າຍຄ່າ ບໍຣິການ ຕາມຂັ້ນ ມາຕຖານ ແພງສູງຂຶ້ນ. ເຊັ່ນຄ່ານໍ້າ ອາດແພງ 50 ເທົ່າ ຂອງ ຣາຄາ ທີ່ພວກຮັ່ງມີ ຈ່າຍ ຊື່ງເປັນນໍ້າ ທີ່ມາຕາມ ທໍ່ນໍ້າປະປາ ທໍ່ດຽວກັນ.

ໃນເວລາ ດຽວກັນ ເດັກນ້ອຍ ໃນໂຕເມືອງໃຫຍ່ ທີ່ມີ ຊຸມຊົນແອອັດ ຍັງຕ້ອງສ່ຽງຕໍ່ ສະພາບ ຄວາມຮຸນແຮງ ແລະ ການຖືກຂົ່ມເຫັງ ເອົາລັດເອົາປຽບ ຮວມທັງ ຕິດພຍາດ ແລະ ລົ້ມຕາຍ ຍ້ອນສະພາບ ການເປັນຢູ່ ທີ່ ແອອັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 28, 2012 12:53 PM

ຄວາມກ້າວຫນ້າທາງ ວັດຖຸນິຍົມສ້າງໃຫ້ ເດັກນ້ອຍກາຍເກີດເປັນບັນຫາ ຫຍໍ້ທໍ້ທາງສັງຄົມທຸກຮູບແບບ ພວກນຳພາ ປະເທດຄວນເອົາໃຈໃສ່ ບັນຫາເດັກນ້ອຍເປັນພິເສດ ເພື່ອໃຫ້ພວກເຂົາເຕີບໂຕ ເປັນກະດູກສັນຫລັງທີ່ດີຂອງຊາຕ ໃນອານາຄົດ