ໂຮງງານເກືອກາລີ ເຮັດໃຫ້ນໍ້າເສັຽ
2012.09.24

ໃນປັຈຈຸບັນ ປະຊາຊົນ ບ້ານ ນາຈຳປາ ເມືອງໜອງບົກ ແຂວງຄຳມ່ວນ ກຳລັງປະສົບກັບ ຄວາມເດືອດຮ້ອນ ຈາກ ມົລພິສທາງນ້ຳ ທີ່ທາງໂຮງງານ ເກືອກາລີ ປ່ອຍນ້ຳເສັຍ ຈາກໂຮງງານ ລົງສູ່ລໍານ້ຳ ເຮັດໃຫ້ນ້ຳເສັຍ ເປື້ອນເປິ ຈົນເຮັດໃຫ້ ປາຕາຍ ດັ່ງຊາວບ້ານ ໄດ້ແຈ້ງວ່າ:
“ເປັນບັນຫາສ່ວນ ຮວມເນາະ ແມ່ນ້ຳທຸກຄົນ ໄດ້ໃຊ້ ແຕ່ເກົ່ານີ້ ເຮົາບໍ່ເຄີຍເຫັນ ແບບນີ້ເນາະ ກໍມີບາງບ້ານ ທີ່ຂະເຈົ້າ ໃຊ້ນ້ຳເນາະ ຄຸນພາບນ້ຳ ກໍບໍ່ຄ່ອຍດີ ແບບຖ້າຂະເຈົ້າ ຫາປາຫັ້ນນ໋ະ ເວລາຂະເຈົ້າ ໃຊ້ມອງໃຊ້ຫຍັງ”.
ຊາວບ້ານ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ໂຮງງານທີ່ວ່ານີ້ ຕັ້ງຢູ່ແຄມ ຫ້ວຍຫວາຍ ແລະ ກໍໄດ້ສ້າງ ຜົລກະທົບ ຕໍ່ປະຊາຊົນ ໂດຽທົ່ວໄປ ໃນເມືອງໜອງບົກ ແລະ ເຊບັ້ງໄຟ ຍ້ອນ ສະພາບນ້ຳບໍ່ດີ ທີ່ບໍ່ເຄີຍພົບເຫັນ ມາກ່ອນ ແລະ ໃນເມື່ອລົງອາບນ້ຳ ກໍເກີດມີອາກາຣ ເປັນຕຸ່ມ ແລະ ຄັນໄປທົ່ວຮ່າງກາຍ ເຮັດໃຫ້ຊາວບ້ານ ຫລາຍໆຄົນ ຈົນບໍ່ກ້າຕັກນ້ຳ ໄປກິນ-ໄປດື່ມ ຫລື ໃຊ້ໃນຄົວເຮືອນ ແຕ່ຢ່າງໃດ ເພາະຢ້ານຈະເປັນ ອັນຕຣາຍ ຕໍ່ສຸຂພາບ.
ພ້ອມດຽວກັນນີ້ ທ່ານກໍວ່າ ໃນຣະຫວ່າງກວ່າ 2 ປີ ຜ່ານມາ ປະຊາຊົນ ສ່ວນຫລາຍ ກໍບໍ່ເຫັນດີນຳ ທີ່ທາງກາຣ ແຂວງຄຳມ່ວນ ອະນຸຍາຕ ໃຫ້ສ້າງໂຮງງານ ເກືອກາລີ ດັ່ງກ່າວນີ້ ແຕ່ກໍບໍ່ສາມາຕ ທີ່ຈະຄັດຄ້ານ ຫລື ຕໍ່ວ່າຕໍ່ຂານ ແຕ່ຢ່າງໃດ. ສະນັ້ນ ໃນເມື່ອມີຜົລກະທົບ ເກີດຂຶ້ນ ດັ່ງກ່າວນີ້ແລ້ວ ຈຶ່ງຢາກຂໍຮ້ອງຮຽນ ໃຫ້ທາງກາຣ ຫລື ໜ່ວຍງານ ທີ່ກ່ຽວຂ້ອງ ລົງໄປກວດສອບເບີ່ງ ແລະ ໃຫ້ຊອກຫາວິທີ ແກ້ໄຂ ຢ່າງຮີບດ່ວນ.